spot_img
Homeຂ່າວຕ່າງປະເທດເຫດການສຳຄັນຂອງໂລກກຳລັງຈະເກີດຂື້ນອີກຄັ້ງ!

ເຫດການສຳຄັນຂອງໂລກກຳລັງຈະເກີດຂື້ນອີກຄັ້ງ!

Published on

ຫຼາຍທ່ານຕ້ອງສົງໃສແນ່ນອນວ່າຈະເກີດຫຍັງຂື້ນພາຍຫຼັງສຳເລັດການປະຊຸມໃນຄັ້ງນີ້?
ກ່ອນກອງປະຊຸມ G20 ຈະໄຂຂື້ນຢ່າງເປັນທາງການມາຮູ້ຈັກກັບ G20 Summit ຫຼື ກອງປະຊຸມກຸ່ມສະມາຊິກ 20
ຊຶ່ງປະກອບດ້ວຍສະມາຊິກຂອງກຸ່ມປະເທດອຸດສາຫະກຳອັນດັບຕົ້ນໆເຊັ່ນ ຍີ່ປຸ່ນ ອາເມຣິກາ ອັງກິດ ເຢຍລະມັນ ຝຣັ່ງ ການາດາ ອີຕາລີ ແລະ ອົດສະຕາລີ.
ພ້ອມດ້ວຍປະເທດເສດຖະກິດເກີດໃໝ່ເຊັ່ນ ລັດເຊຍ ຈີນ ສ.ເກົາຫຼີ ອິນໂດເນເຊຍ ອິນເດຍ ອາຟຣິກາໃຕ້ ອາກຊັງຕິນ ບຣາຊິນ ເມັກຊິໂກ ຕວັກກີ ຊາອຸດິດອາຣັບບີ.

 

ຈຸດປະສົງຂອງການປະຊຸມແຕ່ລະຄັ້ງແມ່ນຈະມີຫົວຂໍ້ທີ່ແຕກຕ່າງກັນໄປນອກຈາກບັນຫາທາງດ້ານເສດຖະກິດເຊັ່ນ ຄວາມສະຖຽນລະພາບທາງດ້ານເສດຖະກິດ ການພັດທະນາໂຄງສ້າງລະບົບການເງີນລະຫວ່າງປະເທດ ພ້ອມທັງຄວບຄຸມລະບົບການເງີນເພື່ອຫຼຸດຜ່ອນຄວາມສ່ຽງ ພ້ອມນີ້ ກໍຍັງເນັ້ນເຖີງບັນຫາທາງດ້ານສັງຄົມທົ່ວໂລກເຊັ່ນ ການສ້າງວຽກເຮັດງານທຳໃຫ້ປະຊາຊົນ ການແກ້ໄຂບັນຫາການປ່ຽນແປງທາງດ້ານສະພາບດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ ເຫຼົ່ານີ້ເປັນຕົ້ນ.

G20 ສ້າງຕັ້ງຂື້ນເມື່ອປີ 1999 ໂດຍກຸ່ມລັດຖະມົນຕີວ່າການກະຊວງການເງີນ ແລະ ຜູ້ບໍລິຫານທະນາຄານກາງຈາກບັນດາ 19 ປະເທດເສດຖະກິດຂະໜາດໃຫຍ່ຮ່ວມກັບສະຫະພາບເອີຣົບ ຊຶ່ງມີ GDP ຫຼື ຜະລິດຕະພັນລວມຜົນພາຍໃນປະເທດ ຄິດໄລ່ທັງ ໝົດ 90% ຂອງໂລກ ແລະ ປີນີ້ກອງປະຊຸມ G20 ແມ່ນຈະໄດ້ຈັດຂື້ນທີ່ປະເທດຍີ່ປຸ່ນ ເມືອງໂອຊາກາ ໃນລະຫວ່າງວັນທີ 28-29 ມິຖຸນາ 2019 ທີ່ຈະມາເຖິງນີ້.

 

 

 

ລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ

ຂໍ້ມູນ ແລະ ພາບຈາກ: ກະຊວງການຕ່າງປະເທດຍີ່ປຸ່ນ ແລະ ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...