spot_img
Homeຂ່າວພາຍ​ໃນພາບທີ່ສະທ້ອນໃຫ້ເຫັນວ່າ "ການສຶກສາເປັນເລື່ອງທີ່ສຳຄັນ"

ພາບທີ່ສະທ້ອນໃຫ້ເຫັນວ່າ “ການສຶກສາເປັນເລື່ອງທີ່ສຳຄັນ”

Published on

ພາບທີ່ທ່ານໄດ້ເຫັນຄືຄວາມພະຍາຍາມຂອງຜູ້ປົກຄອງທີ່ຈະພາເດັກນັກຮຽນຂ້າມຈາກຟາກໜຶ່ງໄປອີກຟາກໜຶ່ງເພື່ອຈະໄປໂຮງຮຽນຊຶ່ງມີກະແສນ້ຳທີ່ໄຫຼແຮງຂວາງກັ້ນ.

ເຫດການດັ່ງກ່າວເກີດຂຶ້ນຢູ່ທີ່ປະເທດຫວຽດນາມໃນຊ່ວງລະດູຝົນທີ່ມີກະແສນ້ຳໄຫຼແຮງ ຈົນບໍ່ສາມາດນຳໃຊ້ສະພານໄດ້ ດັ່ງນັ້ນ ຜູ້ປົກຄອງຈຳເປັນຕ້ອງນຳເອົາເດັກນ້ອຍໃສ່ໃນຖົງພລາສຕິກແລ້ວພາຂ້າມຟາກດ້ວຍໄລຍະກວ່າ 15 ກີໂລແມັດ.

ພາຍຫຼັງທີ່ພາບດັ່ງກ່າວຖືກແຊຣອອກໄປຈົນກາຍເປັນກະແສກໍກາຍເປັນທີ່ກ່າວເຖິງຢ່າງກວ້າງຂວາງ ໂດຍຜູ້ທີ່ໄດ້ເຫັນພາບນີ້ມີສ່ວນໜຶ່ງຮູ້ສຶກຊື່ນຊົມຜູ້ປົກຄອງທີ່ເຫັນເຖິງຄວາມສຳຄັນຂອງການສຶກສາ ຂະນະທີ່ອີກສ່ວນໜຶ່ງທີ່ເຫັນກໍຮູ້ສຶກຕົກໃຈ ແລະ ວິຕົກກັງວົນເລື່ອງຄວາມປອໄພຂອງເດັກທີ່ເຂົ້າໄປຢູ່ໃນຖົງພລາສຕິກ ເນື່ອງຈາກອາດຂາດອາກາດຫາຍໃຈທີ່ອາດເປັນອັນຕະລາຍເຖິງຂັ້ນເສຍຊີວິດກໍເປັນໄດ້.

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: kapook

ບົດຄວາມຫຼ້າສຸດ

ຄົ້ນພົບພຣະພຸດທະຮູບ ໃນລະຫວ່າງການປະຕິບັດ ງານເກັບກູ້ລະເບີດບໍ່ທັນແຕກ ຢູ່ບ້ານສ້າງປຸ່ງບອນ, ເມືອງຍົມມະລາດ, ແຂວງຄຳມ່ວນ

ອາທິດທີ່ຜ່ານມາ, ໃນລະຫວ່າງການປະຕິບັດງານເກັບກູ້ລະເບີດບໍ່ທັນແຕກ (UXO) ຂອງພຣະນັກງານພາກສະໜາມອົງການ MAG ຢູ່ທີ່ບ້ານສ້າງປຸ່ງບອນ ເມືອງຍົມມະລາດ ແຂວງຄຳມ່ວນ, ທີມງານໄດ້ພົບເຫັນ ‘ພຣະພຸດທະຮູບ’ ທີ່ຖືກຝັງຢູ່ໃຕ້ດິນໃນພື້ນທີ່ໄຮ່ນາ! ພຣະພຸດທະຮູບອົງນີ້ມີຂະໜາດປະມານ 5x9 ຊັງຕີແມັດ ແລະ...

ຕາມຫາແມ່ບ້ານຊາວລາວ ເພາະຕົກເປັນຜູ້ຕ້ອງສົງໃສ ໃນເຫດຄາຕະກຳ ອະດີດຄູຄົນໄທ ອາຍຸ 79 ປີ, ເຊິ່ງປັດຈຸບັນ ແມ່ບ້ານຄົນດັ່ງກ່າວໄດ້ຫາຍໂຕໄປຫຼັງເກີດເຫດ

ສຳນັກຂ່າວປະເທດໄທ ລາຍງານໃນວັນທີ 21 ມັງກອນ 2026 ເກີດເຫດການຄາຕະກຳສຸດສະເທືອນຂວັນ ອະດີດຄູຄົນໄທ ອາຍຸ 79 ປີ ນອນເສຍຊີວິດຄາບ້ານພັກ ໃນເຂດບຶງກຸ່ມ ກຸງເທບມະຫານະຄອນ ປະເທດໄທ...

ຄ່າເຊົ່າໃນບຸນພຣະທາດສີໂຄດຕະບອງ ໂຊນສະໄລ້ເດີ ລາຄາ 45,000,000 ກີບ, ໂຊນຮ້ານຂາຍເຄື່ອງທົ່ວໄປ ລາຄາ 500,000 ກີບ/ແມັດ, ໂຊນວົງດົນຕີ ລາຄາ 60,000,000 ກີບ/ວົງ

ອີງຕາມແຈ້ງການຂອງເມືອງທ່າແຂກ ແຂວງຄໍາມ່ວນ ເລກທີ 05/ຈມ.ທຂ ລົງວັນທີ 19 ມັງກອນ 2026 ເລື່ອງ: ແຈ້ງການກໍານົດລາຄາ ແລະ ໂຊນຂາຍເຄື່ອງຢູ່ງານບຸນພຣະທາດສີໂຄດຕະບອງ ປະຈໍາປີ 2026. ເມືອງທ່າແຂກ ຂໍຖືເປັນກຽດແຈ້ງການ...

ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໃນລະຫວ່າງວັນທີ 20-25 ມັງກອນ 2026

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 20 ມັງກອນ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນ ຫລວງຮ່າໂນ້ຍ ແລະ ຈະດໍາເນີນໄປຈົນຮອດ ວັນທີ...