Homeຂ່າວທ້ອງຖິ່ນວາງສີລາລຶກໂຄງການກໍ່ສ້າງສູນການຄ້າສາກົນຈຳປາສັກ

ວາງສີລາລຶກໂຄງການກໍ່ສ້າງສູນການຄ້າສາກົນຈຳປາສັກ

Published on

ໃນຕອນເຊົ້າວັນທີ 23 ມິຖຸນາ 2019 ຜ່ານມາໄດ້ມີພິທີວາງສີລາລືກໂຄງການກໍ່ສ້າງສູນການຄ້າ​ສາກົນ​ຈຳປາສັກ​ ທີ່ມີມູນຄ່າກໍ່ສ້າງ 280 ຕື້ກີບ ໂດຍນຳໃຊ້ທຶນພາຍໃນ 100% ຢ່າງເປັນທາງການ ແລະ ອີງຕາມແຜນແມ່ນຈະກໍ່ສ້າງໃຫ້ສຳເລັດພາຍໃນກຳນົດເວ ລາ 3 ປີ ນັບແຕ່ມື້ວາງສີລາລຶກເປັນຕົ້ນໄປ.
ໃຫ້ກຽດເຂົ້າຮ່ວມພິທີວາງສີລາລຶກ ມີທ່ານ​ ປອ ຄຳພັນ ພົມມະທັດ ຫົວໜ້າຫ້ອງວ່າການສູນກາງພັກ​ ທ່ານ​ ປອ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກພ້ອມດ້ວຍຄະນະ​ ພ້ອມດ້ວຍທ່ານ​ເຈົ້າ​ແຂວງໆສາລະວັນ​ ເຊກອງ​ ອັດຕະປື​ ເຈົ້ານະຄອນປາກເຊ, ການນຳພະແນກການອ້ອມຂ້າງແຂວງ ເມືອງຕະຫຼອດຮອດບັນດາພະນັກງານ ນັກທຸລະກິດຈາກພາກສ່ວນຕ່າງໆ.
ໃນພິທີ ທ່ານ ຄຳໄໝ ຈິນດາວົງ ປະທານບໍລິສັດສູນການຄ້າສາກົນຈຳປາສັກໄດ້ກ່າວວ່າ ສູການຄ້າສາກົນຈຳປາສັກທີ່ຈະກໍ່ສ້າງແມ່ນຕັ້ງຢູ່ຫຼັກກີໂລແມັດທີ 9 ບ້ານໜອງບົວທອງ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຕັ້ງຢູ່ແຄມເສັ້ນທາງ 13 ໃຕ້ ປາກເຊ- ເວີນຄາມ ກົງກັນຂ້າມກັບວິທະຍາໄລເຕັກນິກວິຊາຊີບຈຳປາສັກ ໂດຍເນື້ອທີ່ກໍ່ສ້າງທັງໝົດ 13 ເຮັກຕາ ແລະ ມີທຶນຈົດທະບຽນວິສາກະກິດດ້ວຍວົງເງິນ 100 ຕື້ກີບ.

ສູນການຄ້າສາກົນຈຳປາສັກອອກແບບໂດຍບໍລິສັດສະຖາປັດທີ່ປຶກສາສຳຫຼວດອອກແບບຈຳກັດຜູ້ດຽວ ແລະ ໄດ້ຜ່ານການຮອງຮັບມາດຕະຖານຕາມຂໍ້ກໍານົດດ້ານເຕັກນິກ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ.
ສຳລັບການກໍ່ສ້າງຈະມີ 4 ບໍລິສັດຮັບເໝົາຄື ບໍລີສັດປາລະມີກໍ່ສ້າງຈຳກັດຜູ້ດຽວ ບໍລິສັດມະຫາຈະເລີນກໍ່ສ້າງ ບໍລິສັດອານັນກໍ່ສ້າງ ແລະ ບໍລິສັດບິວເທັກກໍ່ສ້າງ ສູນການຄ້າສາກົນຈຳປາສັກ ເມື່ອການກໍ່ສ້າງສໍາເລັດແລ້ວຈະປະກອບມີ 3 ກິດຈະການໃຫຍ່ຄື:
1. ກິດຈະການຂາຍ ໃຫ້ເຊົ່າເຮືອນ ແລະ ຫ້ອງແຖວ.
2. ກິດຈະການໃຫ້ເຊົ່າຫ້ອງຂາຍສິນຄ້າໃນຕະຫຼາດ ແລະ ສູນການຄ້າທີ່ທັນສະໄໝ.
3. ບໍລິການຈຸດພັກສິນຄ້າ ສາງປ່ຽນຖ່າຍສິນຄ້າ ແລະ ບໍລິການຄິວລົດ.
ຈຸດປະສົງໃນການກໍ່ສ້າງແມ່ນເພື່ອຮອງຮັບສະພາບການຂະຫຍາຍຕົວຂອງເສດຖະກິດ ແລະ ສັງຄົມໃນ 4 ແຂວງພາກໃຕ້ເວົ້າລວມ ເວົ້າສະເພາະກໍຄືແຂວງຈຳປາສັກເອງ ເພື່ອເຮັດໃຫ້ມີສູນການຄ້າທີ່ໄດ້ມາດຕະຖານສາກົນໄວ້ບໍລິການລູກຄ້າທັງພາຍໃນ ແລະ ຕ່າງປະເທດ ອີກຢ່າງຫນຶ່ງກໍເພື່ອໃຫ້ກາຍເປັນໃຈກາງທາງດ້ານການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ທັງຊ່ວຍໃຫ້ປະຊາຊົນມີວຽກເຮັດງານທໍາ ແລະ ລາຍຮັບທີ່ແນ່ນອນເພີ່ມຂຶ້ນ.

ໃນພິທີອັນມີຄວາມໝາຍນີ້ ທ່ານ ປອ ຄໍາພັນ ພົມມະທັດ ຫົວໜ້າຫ້ອງວ່າການສູນກາງພັກໄດ້ໃຫ້ກຽດຕີຄ້ອງ 9 ບາດ ຮ່ວມກັບບັນດາທ່ານການນຳແຂວງ 4 ແຂວງພາກໃຕ້ ແລະ ປະທານຄະນະອຳນວຍການບໍລິສັດ ຕັດແຖບຜ້າປ່ອຍປ້າຍ ເລີ່ມການກໍ່ສ້າງສູນການຄ້າສາກົນຈຳປາສັກຢ່າງເປັນທາງການ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...