spot_img
Homeຂ່າວຕ່າງປະເທດເຕັ້ນທັບ-ໄຟຊ໋ອດ ເສຍຊີວິດຢ່າງໜ້ອຍ 14 ລາຍໃນພິທີທາງສາສະໜາຂອງອິນເດຍ

ເຕັ້ນທັບ-ໄຟຊ໋ອດ ເສຍຊີວິດຢ່າງໜ້ອຍ 14 ລາຍໃນພິທີທາງສາສະໜາຂອງອິນເດຍ

Published on

ເກີດເຫດບໍ່ຄາດຝັນທີ່ລັດຣາຊສະຖານຂອງອິນເດຍ ເມື່ອຊາວບ້ານຫຼາຍກວ່າ 300 ຄົນກຳລັງຮ່ວມພິທີກຳທາງສາສະໜາທ່າມກາງສາຍຝົນ ກ່ອນທີ່ເຕັ້ນຂະໜາດໃຫຍ່ຈະຖືກລົມ ພັດຈົນພັງລົງມາທັບຜູ້ທີ່ມາຮ່ວມງານເສຍຊີວິດຢ່າງໜ້ອຍ 14 ລາຍ ແລະ ບາດເຈັບຫຼາຍກວ່າ 50 ຄົນ.

ເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 23 ມິຖຸນາຜ່ານມາຢູ່ທາງພາກຕາເວັນຕົກສຽງເໜືອຂອງອິນເດຍ ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ ຜູ້ເຄາະຮ້າຍບາງລາຍເສຍຊີວິດຈາກການຖືກໄຟຊ໋ອດ ຂະນະທີ່ບາງລາຍກໍເສຍຊີວິດຈາກການຖືກເຕັ້ນຫັກລົງມາທັບ.

ຂະນະທີ່ ທ່ານ ພັນວາຣ ລາລ ເມກວາລ ລັດຖະມົນຕີວ່າການກະຊວງການຈັດການໄພພິບັດ ແລະ ການບັນເທົາທຸກຂອງລັດຣາຊສະຖານໄດອອກມາຕັ້ງຄຳຖາມວ່າ ເຫດໃດທາງຜູ້ຈັດງານຈຶ່ງບໍ່ຕັດໄຟທັງທີ່ຝົນຕົກໜັກ ຊຶ່ງເຈົ້າໜ້າທີ່ຕຳຫຼວດກຳລັງສືບສວນ-ສອບ ສວນຫາສາເຫດທີ່ແທ້ຈິງຂອງເຫດການຄັ້ງນີ້ ສ່ວນຜູ້ນຳຂອງອິນເດຍກໍໄດ້ອອກມາລະບຸຜ່ານທະວິດເຕີວ່າ ເຫດການນີ້ເປັນເລື່ອງໂຊກຮ້າຍ ແລະ ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຂອງຜູ້ຖືກເຄາະຮ້າຍ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...