spot_img
Homeນານາສາລະຈອກນ້ຳປະເພດໃດທີ່ອັນຕະລາຍ ແລະ ປະເພດໃດທີ່ປອດໄພ?

ຈອກນ້ຳປະເພດໃດທີ່ອັນຕະລາຍ ແລະ ປະເພດໃດທີ່ປອດໄພ?

Published on

ຫຼາຍຄົນມັກເລືອກໃຊ້ຈອກຕາມຄວາມສະບາຍຂອງໃຜລາວ ຫຼື ຄວາມສວຍງາມຂອງສີສັນ ແລະ ລວດລາຍຕ່າງໆຂອງຈອກນ້ຳ ແຕ່ຮູ້ ຫຼື ບໍ່ວ່າຈອກແຕ່ລະປະເພດມີຄວາມປອດໄພບໍ່ເທົ່າກັນ! ດັ່ງນັ້ນ ເຮົາມາຊອກຮູ້ໄປພ້ອມໆກັນວ່າຈອກປະເພດໃດໃຊ້ແລ້ວອັນຕະລາຍ ແລະ ປະເພດໃດທີ່ໃຊ້ແລ້ວປອດໄພ.

ປະເພດທີ່ເປັນອັນຕະລາຍໄດ້ແກ່ ຈອກເຈ້ຍ ຊຶ່ງສ່ວນໃຫຍ່ແມ່ນຖືກນຳໃຊ້ໃນງານສັງສັນ ງານເທສະການ ແລະ ງານອື່ນໆ ເພາະວ່າເປັນຈອກທີ່ໃຊ້ງ່າຍ ໃຊ້ຄັ້ງດຽວແລ້ວຖິ້ມ ແຕ່ສິ່ງທີ່ແຝງມາພ້ອມກັບສີສັນ ແລະ ຄວາມສວຍງາມອາດປົນເປື້ອນມາພ້ອມກັບສານຟອກຂາວທີ່ເປັນອັນຕະລາຍຕໍ່ສຸຂະພາບທັງໄລຍະສັ້ນ ແລະ ໄລຍະຍາວ ຈອກຢາງ ບາງປະເພດທີ່ບໍ່ສາມາດກັນຄວາມຮ້ອນໄດ້ ເມື່ອເຮົາໆທ່ານໆນຳໄປໃສ່ເຄື່ອງດື່ມຮ້ອນສານເຄມີໃນພລາສຕິກກໍຈະລະລາຍປະປົນໄປກັບເຄື່ອງດື່ມທີ່ເຮົາດື່ມເຂົ້າສູ່ຮ່າງກາຍ ຈອກທີ່ມີສີສັນສົດໃສ ບາງຊະນິດອາດມີສານໂລຫະໜັກເຊັ່ນ ຊືນເຄືອບຢູ່ພາຍໃນຈອກ ແລະ ເມື່ອປະສົບເຄື່ອງດື່ມທີ່ມີລິດເປັນກົດ ຊືນກໍຈະລະລາຍອອກມາປົນກັບເຄື່ອງດື່ມທີ່ສົ່ງຜົນຮ້າຍຕໍ່ສຸຂະພາບ ແລະ ຮ່າງກາຍ ແລະ ປະເພດຈອກໂລຫະ ໂດຍສະເພາະປະເພດສະແຕນເລສ ນອກຈາກຈະມີລາຄາແພງແລ້ວຍັງມີອັນຕະລາຍແຝງມາພ້ອມ ເພາະເວລາທີ່ໃສ່ເຄື່ອງດື່ມທີ່ມີລິດເປັນກົດເຊັ່ນ ກາເຟ ນ້ຳໝາກໄມ້ ແລະ ອື່ນໆ ໂລຫະອາດຫຼຸດອອກມາປົກກັບເຄື່ອງດື່ມເຮັດໃຫ້ເກີດອັນຕະລາຍຕໍ່ສຸຂະພາບ.

ປະເພດຈອກທີ່ປອດໄພ ແມ່ນປະເພດຈອກແກ້ວທີ່ບໍ່ຜ່ານສານເຄມີໃດໆ ຜິວສຳຜັດໝື່ນ ງ່າຍຕໍ່ການເຮັດຄວາມສະອາດ ແລະ ບໍ່ເປັນແຫຼ່ງສະສົມຂອງແບັກທີເຣຍ ແຕ່ທົນຄວາມຮ້ອນບໍ່ໄດ້ເທົ່າທີ່ຄວນ ເພາະຈອກອາດແຕກຖ້າຫາກໃສ່ເຄື່ອງດື່ມຮ້ອນເກີນໄປ ແລະ ຈອກເຊຣາມິກທີ່ບໍ່ມີລວດລາຍ ຖືເປັນປະເພດຈອກທີ່ມີຄວາມປອດໄພທີ່ສຸດ ສາມາດທົນຄວາມຮ້ອນໄດ້ດີ ແລະ ຮັກສາອຸນຫະພູມໄດ້ ຖືວ່າເປັນໂຕເລືອກທີ່ດີທີ່ສຸດໃນການນຳມາໃຊ້ເປັນພາຊະນະໃສ່ເຄື່ອງດື່ມ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: postjung

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...