spot_img
Homeຂ່າວຕ່າງປະເທດຄົ້ນພົບດາວເຄາະນອກລະບົບຄ້າຍດາວໂລກ

ຄົ້ນພົບດາວເຄາະນອກລະບົບຄ້າຍດາວໂລກ

Published on

ນັບແຕ່ປີ 2016 ທີມນັກວິທະຍາສາດນາໆຊາດນຳໂດຍມະຫາວິທະຍາໄລເກິທທິງເງິນ ປະເທດເຢຍລະມັນ ແລະ ສະຖາບັນຟີສິກດາລາສາດແຫ່ງໝູ່ເກາະຄະແນຣີໃນແອັດສະປາຍໄດ້ທຳການຄົ້ນຫາດາວເຄາະອ້ອມຮອບດາວທີ່ຢູ່ໃກ້ຄຽງ ໂດຍໃຊ້ກ້ອງດູດາວຄາຣເມນເນສ (CARMENES) ທີ່ອອກແບບມາເພື່ອຄົ້ນຫາດາວເຄາະນອກລະບົບໂດຍສະເພາະ.

ຫຼ້າສຸດ ທີມນັກວິທະຍາສາດກໍໄດ້ເປີດເຜີຍວ່າ ຫຼັງຈາກໃຊ້ເວລາປະມານ 3 ປີໃນການສຳຫຼວດດາວທີ່ມີຊື່ວ່າ ທີກາຣເດນ (Teegarden) ເພື່ອຫາຄວາມປ່ຽນແປງເປັນໄລຍະໆ ໃນຄວາມໄວຂອງດາວດວງນີ້ກໍເຮັດໃຫ້ສາມາດອະທິບາຍເຖິງດາວເຄາະ 2 ດວງທີ່ກຳລັງໂຄຈອນອ້ອມດາວທີກາຣເດນ ທັງນີ້ ນັກວິທະຍາສາດພົບວ່າ ດາວເຄາະທັງສອງມີລັກສະນະຄ້າຍກັບດາວເຄາະຊັ້ນໃນຂອງລະບົບສຸລິຍະແຕ່ມີຂະໜາດໃຫຍ່ກວ່າດາວໂລກພຽງເລັກນ້ອຍ ທີ່ໜ້າສົນໃຈກໍຄືດາວເຄາະດັ່ງກ່ວຕັ້ງຢູ່ໃນເຂດທີ່ເອື້ອອຳນວຍຕໍ່ການຢູ່ອາໄສຂອງສິ່ງທີ່ມີຊີວິດ ແລະ ເປັນໄປໄດ້ວ່າຈະມີນ້ຳໃນສະຖານະເປັນຂອງແຫຼວ ສ່ວນວ່າຈະມີສິ່ງທີ່ມີຊີວິດອາໄສຢູ່ ຫຼື ບໍ່ນັ້ນແມ່ນຕ້ອງໄດ້ສຶກສາຄົ້ນຄວ້າຕໍ່ໄປ.

ດາວທີກາຣເດນຖືກຄົ້ນພົບເມື່ອປີ 2003 ຢູ່ຫ່າງຈາກດາວໂລກພຽງ 12,5 ປີແສງ ຕັ້ງຢູ່ທິດຂອງກຸ່ມດາວແກະ ອຸນຫະພູມພື້ນຜິວຂອງດາວຢູ່ທີ່ 2.700 ອົງສາ ແລະ ມີມວນສານພຽງ 1 ໃນ 10 ຂອງດວງອາທິດ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...