spot_img
Homeຂ່າວຕ່າງປະເທດສານຝຣັ່ງເລີ່ມຄະດີຟ້ອງຮ້ອງຊີອີໂອ ວັນ-ທູ-ໂກ

ສານຝຣັ່ງເລີ່ມຄະດີຟ້ອງຮ້ອງຊີອີໂອ ວັນ-ທູ-ໂກ

Published on

ອະດີດປະທານບໍລິຫານສາຍການບິນລາຄາປະຢັດ “ວັນ-ທູ-ໂກ” ຂອງໄທ ຊຶ່ງປັດຈຸບັນຍົກໄດ້ເລີກກິດຈະການໄປແລ້ວຖືກດຳເນີນຄະດີໃນສານຂອງນະຄອນຫຼວງປາຣີ ປະເທດຝຣັ່ງ ໃນຖານະຈຳເລີຍຄະດີເຮືອບິນໂດຍສານຖະໄຫຼອອກນອກຣັນເວສະໜາມບິນພູເກັດເມື່ອປີ 2007 ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 90 ລາຍ ໃນນັ້ນ ປະມານ 2 ໃນ 3 ເປັນຊາວຕ່າງຊາດ.

ຄະດີຟ້ອງຮ້ອງຄ່າເສຍຫາຍໂດຍຄອບຄົວຜູ້ເສຍຊີວິດໃນເຫດການຊາວຝຣັ່ງ 9 ລາຍ ແລະ ຜູ້ລອດຊີວິດ 1 ຄົນຈາກເຮືອບິນໂດຍ ສານສາຍການບິນ ວັນ-ທູ-ໂກ ຂອງໄທທີ່ປະສົບອຸບັດເຫດໄດ້ລະບຸໃນຄຳຮ້ອງຟ້ອງວ່າ “ອຸບັດເຫດທີ່ລໍຖ້າການເກີດຂຶ້ນ ແລະ ຂໍ້ກ່າວຫາສາເຫດ ລວມເຖິງນັກບິນອ່ອນເພຍ ແລະ ປອມແປງບັນທຶກການບິນ”.

ອຸບັດເຫດດັ່ງກ່າວເກີດຂຶ້ນຢູ່ເທິງເກາະທ່ອງທ່ຽວແຂວງພູເກັດເມື່ອວັນທີ 16 ກັນຍາ 2007 ເມື່ອເຮືອບິນໂດຍສານ ເອັມດີ-82 ຂອງສາຍການບິນ ວັນ-ທູ-ໂກ ຊຶ່ງບັນຈຸຜູ້ໂດຍສານ 123 ຄົນ ແລະ ລູກເຮືອອີກ 7 ຄົນຖະໄຫຼອອກນອກຣັນເວລະຫວ່າງລົງຈອດທີ່ທ່າອາ ການສະຍານນາໆຊາດພູເກັດທ່າມກາງກະແສລົມແຮງ ແລະ ຝົນຕົກໜັກ ສົ່ງຜົນໃຫ້ເຮືອບິນລະເບີດ ແລະ ໄຟລຸກໄໝ້ຢ່າງຮຸນແຮງ.

ຂະນະທີ່ຜູ້ເສຍຊີວິດ 33 ລາຍແມ່ນຊາວໄທ ແລະ 57 ລາຍແມ່ນຊາວຕ່າງຊາດຈາກປະເທດອັງກິດ ອິສຣາແອນ ແລະ ຝຣັ່ງ ທັງນີ້ ຄອບຄົວຂອງຜູ້ປະສົບເຄາະຮ້າຍກ່າວຫາວ່າສາຍການບິນ ວັນ-ທູ-ໂກ ພະຍາຍາມປົກປິດຄວາມບົກຜ່ອງຫຼາຍຢ່າງທີ່ນຳໄປສູ່ການເກີດອຸບັດເຫດ ໂດຍສານໃນນະຄອນຫຼວງປາຣີຕັ້ງຂໍ້ຫາຂ້າຄົນໂດຍບໍ່ເຈດຕະນາ.

ພາຍຫຼັງເກີດເຫດປະທານບໍລິຫານສາຍການບິນດັ່ງກ່າວກໍໄດ້ກ່າວວ່າ ສາຍການບິນ ວັນ-ທູ-ໂກ ຕ້ອງຮັບຜິດຊອບບາງສ່ວນຕໍ່ອຸບັດເຫດຄັ້ງຮ້າຍແຮງທີ່ສຸດຂອງປະເທດໄທໃນຮອບ 10 ປີ ເຖິງແມ່ນວ່າຈະມີການອອກໝາຍຈັບສາກົນ ແຕ່ຜູ້ບໍລິຫານກໍບໍ່ເຄີຍຖືກຈັບກຸມ ແລະ ບໍ່ເຄີຍຕອບກັບໝາຍເອີ້ນຂອງສານ ຊຶ່ງຄາດວ່າປະທານບໍລິຫານອາດຈະຖືກພິຈາລະນາຄະດີລັບຫຼັງກໍເປັນໄດ້.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...