spot_img
Homeຂ່າວຕ່າງປະເທດໄຟໄໝ້ໂຮງງານຜະລິດກັບໄຟໃນອິນໂດ ເສຍຊີວິດຢ່າງໜ້ອຍ 30 ລາຍ

ໄຟໄໝ້ໂຮງງານຜະລິດກັບໄຟໃນອິນໂດ ເສຍຊີວິດຢ່າງໜ້ອຍ 30 ລາຍ

Published on

ລາຍງານຂ່າວຕ່າງປະເທດເມື່ອວັນທີ 21 ມິຖຸນາຜ່ານມາໃຫ້ຮູ້ວ່າ ເກີດເຫດໄຟໄໝ້ ແລະ ລະເບີດທີ່ບ້ານດັດແປງສະພາບຈາກເຮືອນເປັນໂຮງງານຜະລິດກັບໄຟຊຶ່ງດັດແປງສະພາບເຮືອນເຊົ່າມາເປັນໂຮງງານໃນເມືອງບິນໄຈ ແຂວງສຸມາດຕຣາເໜືອຂອງອິນໂດເນເຊຍ ເຫດການດັ່ງກ່າວພົບມີຜູ້ເສຍຊີວິດຢ່າງໜ້ອຍ 30 ລາຍ ໃນນັ້ນ ຈຳນວນຫຼາຍເປັນເດັກນ້ອຍ.

ສ່ວນເຈົ້າຂອງເຮືອນຫຼັງທີ່ເກີດເຫດຊື່ວ່າ ຣອສ ຍິງໄວຊະລາ ໄດ້ກ່າວວ່າ ຕົນເອງໄດ້ໃຫ້ນັກທຸລະກິດຈາກເມືອງເມດານມາເຊົ່າເຮືອນຫຼັງນີ້ດົນກວ່າ 4 ປີແລ້ວ ຂະນະທີ່ຕຳຫຼວດຍັງສອບສວນສາເຫດໄຟໄໝ້ດັ່ງກ່າວ.

ຂະນະທີ່ ທ້າວ ຊອຟຢານ ຜູ້ທີ່ສູນເສຍເມຍ ແລະ ລູກສາວໃນເຫດການດັ່ງກ່າວກໍໄດ້ກ່າວວ່າ ລູກ-ເມຍຂອງຕົນບໍ່ສາມາດຫຼົບໜີອອກມາຈາກເຫດການດັ່ງກ່າວໄດ້ ເນື່ອງຈາກປະຕູບ້ານຖືກລ໋ອກ ແລະ ແປວໄຟກໍໄໝ້ຢ່າງໄວວາ ຊຶ່ງກໍເຮັດໄດ້ພຽງລໍຖ້າຜົວກວດ DNA ແລ້ວຈຶ່ງນຳສົບກັບໄປເຮັດພິທີຕາມສາສະໜາ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...