spot_img
Homeຂ່າວຕ່າງປະເທດປະຊາກອນໂລກເຊື່ອໝັ້ນການສີດວັກຊີນປ້ອງກັນພະຍາດສ່ຳໃດ?

ປະຊາກອນໂລກເຊື່ອໝັ້ນການສີດວັກຊີນປ້ອງກັນພະຍາດສ່ຳໃດ?

Published on

ອົງກອນການກຸສົນທີ່ເຮັດວຽກດ້ານຊີວະການແພດຂອງອັງກິດໄດ້ຂໍ້ສະຫຼຸບຈາກການວິເຄາະຂໍ້ມູນທີ່ໄດ້ຈາກການສຳຫຼວດທັດສະນະຄະຕິຂອງປະຊາກອນປະມານ 140.000 ຄົນທົ່ວໂລກ ມີຫຼາຍກວ່າ 140 ປະເທດພົບວ່າ ຄົນໃນບາງພູມີພາກເກືອບຈະບໍ່ມີຄວາມເຊື່ອໝັ້ນໃນເລືອງຂອງການສີດວັກຊີນເລີຍ!.

ທັງນີ້ ຜົນການສຳຫຼວດດັ່ງກ່າວໄດ້ເຜີຍແຜ່ພ້ອມກັບທີ່ອົງການອະນາໄມໂລກທີ່ໄດ້ກຳນົດຄວາມລັງເລຂອງຜູ້ຄົນຕໍ່ການສີດວັກຊີຖືເປັນ 1 ໃນ 10 ໄພຄຸກຄາມດ້ານສາທາລະນະສຸກໂລກ ຂະນະທີ່ການສຳຫຼວດໃນ 142 ປະເທດດ້ວຍການສຳຫຼວດພາຍໃຕ້ຫົວຂໍ້ຕ່າງໆເຊັ່ນ ຄວາມເຊື່ອໝັ້ນໃນວິທະຍາສາດ ແລະ ຂໍ້ມູນທາງສາທາລະສະນຸກ ລະດັບຄວາມເຂົ້າໃຈ ແລະ ຄວາມສົນໃຈທາງວິທະຍາ ສາດ ແລະ ສາທາລະນະສຸກ ລວມທັງທັດສະນະຄະຕິທີ່ມີຕໍ່ວັກຊີນ ແລະ ອື່ນໆ.

ຂະນະທີ່ຜົນສຳຫຼວດພົບວ່າ ປະຊາກອນຈຳນວນຫຼາຍບໍ່ມີຄວາມເຊື່ອໝັ້ນໃນເລື່ອງວັກຊີນເລີຍ ແລະ ເມື່ອສອບຖາມເຖິງຄວາມປອດໄພຂອງວັກຊີນກໍພົບວ່າ

  • 79% (8 ໃນ 10) ເຫັນວ່າຂ້ອນຂ້າງປອດໄພ ຫຼື ເຫັນດີຢ່າງຍິ່ງວ່າປອດໄພ
  • 7% ຂ້ອນຂ້າງບໍ່ເຫັນດີ ຫຼື ບໍ່ເຫັນດີເລື່ອງຄວາມປອດໄພ
  • 14% ທັງເຫັນດີ ແລະ ບໍ່ເຫັນດີ ຫຼື ບໍ່ຮູ້ເລີຍ

ຂະນະທີ່ຄຳຖາມທີ່ວ່າ ວັກຊີນໄດ້ຜົນ ຫຼ ບໍ່? ຊຶ່ງພົບວ່າ

  • 84% ເຫັນດີເຫັນດີທີ່ສຸດ
  • 5% ບໍ່ເຫັນດີ
  • 12% ທັງເຫັນດີ ແລະ ບໍ່ເຫັນດີ ຫຼື ບໍ່ຮູ້ເລີຍ

ເປັນຫຍັງເລື່ອງນີ້ຈິ່ງສຳຄັນ? ມີຫຼັກຖານຊັດເຈນທາງວິທະຍາສາດທີ່ບົ່ງຊີ້ວ່າ ການສີດວັກຊີນເປັນວິທີທາງທີ່ດີທີ່ສຸດໃນການປ້ອງກັນການຕິດເຊື້ອພະຍາດຊຶ່ງອາດເຮັດໃຫ້ເຈັບປ່ວຍຫຼາຍພະຍາດເຖິງຂັ້ນເສຍຊີວິດ ທັງນີ້ ວັກຊີນຊ່ວຍປ້ອງກັນຄົນຫຼາຍພັນລ້ານຄົນທົ່ວໂລກບໍ່ໃຫ້ຕິດພະຍາດຮ້າຍ ແລະ ເຮັດໃຫ້ພະຍາດຮ້າຍຫຼາຍຊະນິດຫາຍໄປຈາກໂລກນີ້ຢ່າງຖາວອນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: bbc.com/thai

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...