spot_img
Homeຂ່າວການພັດທະນາຍທຂ ຕ້ອງການທຶນບູລະ​ນະເສັ້ນທາງຫລາຍກວ່າ ​8.000 ຕື້ກີບ

ຍທຂ ຕ້ອງການທຶນບູລະ​ນະເສັ້ນທາງຫລາຍກວ່າ ​8.000 ຕື້ກີບ

Published on

 

692086b1-22ef-408f-b113-20fa0f069cb4

 

ໃນໄລຍະແຕ່ປີ 2015-2020 ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ​ (ຍທຂ) ມີຄວາມຕ້ອງການທຶນຫລາຍກວ່າ 8.000 ຕື້ກີບ

ເພື່ອນຳໃຊ້ເຂົ້າໃນການບູລະນະ​ຮັກສາ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ ​ແລະ ທາງ​ຫລວງ​ທ້ອງ​ຖິ່ນ, ໃນນັ້ນ ເສັ້ນທາງຫລວງແຫ່ງ

ຊາດຫລາຍກວ່າ 3.000 ຕື້ກີບ ແລະ ເສັ້ນທາງຫລວງທ້ອງຖິ່ນ​ຫລາຍ​ກວ່າ 5.000 ຕື້ກີບ.

 

ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ​ ໄດ້​ກ່າວ​ໃນ​ອາທິດ​ຜ່ານ​ມານີ້ວ່າ: ການ​ບູລະ

ນະ​ຮັກສາ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ ​ແລະ ທາງ​ຫລວງ​ທ້ອງ​ຖິ່ນ ແມ່ນມີຄວາມຈຳເປັນທີ່ສຸດ ເພື່ອຮັບປະກັນ ເຮັດໃຫ້ການ

ສັນຈອນໂລ່ງລ່ຽນ ເຊິ່ງຈະສຸມໃສ່ການປົກປັກຮັກສາ ແລະ ຟື້ນຟູບັນດາເສັ້ນທາງຫລັກ ເຊື່ອມຕໍ່ພາຍໃນແຕ່ເໜືອຫາໃຕ້,

ເສັ້ນທາງດ້ານຕາເວັນຕົກລຽບຕາມແຄມແມ່ນ້ຳຂອງ ແລະ ທາງດ້ານຕາເວັນອອກລຽບຕາມສາຍພູຫລວງ, ບັນດາເສັ້ນ

ທາງເຊື່ອມຕໍ່ອະນຸພາກພື້ນ ແຕ່ທິດຕາເວັນອອກຫາທິດຕາເວັນຕົກ ທີ່ເປັນຍຸດທະສາດຮັບໃຊ້ ໃຫ້ແກ່ການພັດທະນາເສດ

ຖະກິດ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍການ​ຟື້ນຟູ​ຕອນ​ທາງ​ທີ່​ເປ່​ເພ, ຊີດຢາງ​ ແລະ ປູ

ຢາງ​ທັບຕອນ​ທາງ​ທີ່ຢູ່​ໃນ​ສະພາບ​ດີ ເພື່ອ​ເພີ່ມ​ອາຍຸ​ການນຳ​ໃຊ້​​ເສັ້ນທາງ.​ ຜ່ານ​ການ​ເກັບ​ກຳ​ຂໍ້​ມູນ​ສະພາບ​ເສັ້ນທາງ​ຕົວ​ຈິງ

​ແລະ ຜົນ​ວິ​ເຄາະ​ ຂອງ​ລະບົບ​ຄຸ້ມ​ຄອງທາງ​ຫລວງແຫ່ງຊາດ​ ແມ່ນ​ມີ​ຄວາມ​ຕ້ອງການງົບປະມານ​ຫລາຍ​ກວ່າ 3.000 ຕື້​ກີບ

ເພື່ອຈັດຕັ້ງປະຕິບັດ​ແຕ່ ປີ 2015-2020 ສະ​ເລ່ຍປະມານ 500 ຕື້​ກີບ/ປີ ໃນຄວາມ​ຍາວ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ​ ທີ່​ເກັບ​ກຳ

​ແລະ ປ້ອນ​ເຂົ້າ​ລະບົບ​ປະມານ 7.000 ກວ່າ​ກິໂລ​ແມັດ. ສຳລັບ​ການ​ບູລະນະ​ຮັກ​ສາ​ເສັ້ນທາງ​ຫລວງ​ທ້ອງ​ຖິ່ນ ແມ່ນ​ສຸ​ມ​ໃສ່​ບັນ

​ດາ​​ເສັ້ນ​ທາງ​ທີ່​ມີ​ຄວາມ​ສຳຄັນ​ຮັບ​ໃຊ້​ວຽກງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ວຽກງານ​ພັດທະນາ​ເສດຖະກິດ​ທ້ອງ

​ຖິ່ນ, ​ເສັ້ນທາງ​ເຂົ້າ​ຫາ​ສະຖານ​ທີ່​ທ່ອງ​ທ່ຽວ ​ແລະ ​ເຂດ​ທີ່ໝັ້ນການ​ປະຕິວັດ​ ​ຕາມ​ເປົ້າໝາຍລົບ​ລ້າງ​ຄວາມ​ທຸກຍາກທົ່ວ​ປະ​

ເທດ ​ເພື່ອ​ຮັບປະກັນ​ການ​ສັນຈອນ​ໃຫ້​ໄດ້​ທັງ​ສອງ​ລະດູ. ຜ່ານ​ການ​ເກັບ​ກຳ​ຂໍ້​ມູນ​ສະພາບ​ເສັ້ນທາງ​ຕົວ​ຈິງ ​ແລະ ຜົນ​ການ​ວິ​

ເຄາະ​ຂອງ​ລະບົບ​ຄຸ້ມຄອງ​ທາງ​ຫລວງ​ທ້ອງ​ຖິ່ນ ແຕ່ປີ 2015-2020 ແມ່ນ​ມີ​ຄວາມ​ຕ້ອງການ​ງົບປະມານ​ຫລາຍ​ກວ່າ 5.000

ຕື້​ກີບ, ສະ​ເລ່ຍປະມານ 833 ຕື້​ກີບ/ປີ  ໃນຄວາມ​ຍາວ​ເສັ້ນທາງ 30.700 ກິ​ໂລ​ແມັດ​.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...