spot_img
Homeຂ່າວຕ່າງປະເທດອາເມຣິກາຢຶດໂຄເຄນມູນຄ່າກວ່າ 1.000 ລ້ານໂດລາ

ອາເມຣິກາຢຶດໂຄເຄນມູນຄ່າກວ່າ 1.000 ລ້ານໂດລາ

Published on

ສະຫະລັດອາເມຣິກາສາມາດຢຶດໂຄເຄນນ້ຳໜັກ 16,5 ໂຕນ ມູນຄ່າກວ່າ 1.000 ລ້ານໂດລາຈາກເຮືອຂະໜາດໃຫຍ່ທີ່ທ່າເຮືອແພັກເກີຣ ມາຣີນ ເທີຣມິນັລ ໃນເມືອງຟິລາເດລເຟຍ ລັດເພນຊິລເວເນຍ.

ຂະນະທີ່ລູກເຮືອຖືກຕັ້ງຂໍ້ຫາຮ່ວມກັນຄອບຄອງໂຄເຄນ ສ່ວນເຮືອລຳດັ່ງກ່າວແມ່ນມີທຸງຊາດຂອງປະເທດໄລບີເຣຍ ຈາກການກວດສອບບັນທຶກການເຂົ້າຈອດໃນທ່າເຮືອກ່ອນໜ້ານີ້ແມ່ນໄດ້ຜ່ານບາຮາມັສ ປານາມາ ເປຣູ ແລະ ຕົ້ນທາງໂຄລຳເບຍ ຊຶ່ງເປັນປະເທດສົ່ງໂຄເຄນລຳດັບຕົ້ນໆຂອງອາເມຣິກາ.

ຊຶ່ງຄັ້ງນີ້ຖືເປັນການຢຶດຢາເສບຕິດປະເພດໂຄເຄນຄັ້ງໃຫຍ່ທີ່ສຸດອີກຄັ້ງໜຶ່ງໃນປະຫວັດສາດຂອງອາເມຣິກາ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...