Homeຂ່າວທ້ອງຖິ່ນອາຊີບຂາຍເຄື່ອງອອນລາຍກໍຕ້ອງເສຍອາກອນລາຍໄດ້ໃຫ້ກັບລັດ

ອາຊີບຂາຍເຄື່ອງອອນລາຍກໍຕ້ອງເສຍອາກອນລາຍໄດ້ໃຫ້ກັບລັດ

Published on

ກອງປະຊຸມສະແຫ່ງຊາດໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍວ່າດ້ວຍອາກອນລາຍໄດ້ທີ່ສ້າງຂຶ້ນມາໃໝ່ໃນວັນທີ 18 ມິຖຸນາ 2019 ຊຶ່ງເປັນການປັບປຸງສ່ວນໃຫຍ່ໂດຍແຍກເນື້ອໃນອາກອນກຳໄລ ອາກອນລາຍໄດ້ ແລະ ອາກອນມອບເໝົາອອກມາຈາກພາກທີ IV ໝວດທີ 1 ໝວດທີ 2 ແລະ ໝວດທີ 3 ຕາມລຳດັບທີ່ກຳນົດໄວໃນກົດໝາຍວ່າດ້ວຍສ່ວຍສາອາກອນທີ່ໃຊ້ຢູ່ປັດຈຸ ບັນນີ້ຂະຫຍາຍເປັນກົດໝາຍ ລາຍໄດ້ຂອງບຸກຄົນທີ່ມີພູມລຳເນົາ ຫຼື ມີທີ່ຢູ່ແນ່ນອນຢູ່ໃນ ສປປ ລາວ ທີ່ຕ້ອງໄດ້ເສຍອາກອນລາຍໄດ້ມີດັ່ງນີ້:

1. ເງິນເດືອນ, ຄ່າແຮງງານ, ເງິນເພີ່ມໂມງ, ເງິນລ່ວງເວລາ, ເງິນຕຳແໜ່ງ, ເງິນໜ້າທີ່, ເງິນບຳເນັດ, ເບັ້ຍປະຊຸມສະພາບໍລິຫານ ຫຼື ສະພາຜູ້ອຳນວຍການ ແລະ ຜົນປະໂຫຍດອື່ນ ເປັນ ເງິນ ຫຼື ວັດຖຸ.
2. ຜູ້ປະກອບອາຊີບອິດສະລະທີ່ບໍ່ໄດ້ຂຶ້ນທະບຽນວິສາຫະກິດ ເປັນຕົ້ນຄ່ານາຍໜ້າ, ຄ່າທີ່ປຶກສາ, ການບໍລິການ, ການກໍ່ສ້າງ-ສ້ອມແປງ, ການເຄື່ອນໄຫວກິດຈະກຳກີລາ, ການສະແດງ.
3. ການຊື້ຂາຍອອນລາຍ.
4. ເງິນປັນຜົນກຳໄລ ຫຼື ຜົນປະໂຫຍດອື່ນໆໃຫ້ແກ່ຂາຮຸ້ນ ຫຼື ຜູ້ຖືຮຸ້ນ.
5. ການຂາຍຮຸ້ນ ຫຼື ການໂອນຮຸ້ນຂອງບຸກຄົນ ຫຼື ນິຕິບຸກຄົນ.
6. ດອກເບ້ຍເງິນໃຫ້ກູ້ຢືມນອກລະບົບທະນາຄານ ແລະ ສະຖາບັນການເງິນອື່ນໆ ລາຍໄດ້ຈາກການຄ້ຳປະກັນຕາມສັນຍາ ຫຼື ຂໍ້ຜູກພັນອື່ນໆ.
7. ການຖືກຫວຍເປັນເງິນ ຫຼື ວັດຖຸ.
8. ຂອງຂວັນເປັນເງິນ ຫຼື ວັດຖຸ.
9. ການໃຫ້ເຊົ່າ ເປັນຕົ້ນແມ່ນທີ່ດິນ ເຮືອນ ສິ່ງປຸກສ້າງ ພາຫະນະ ເຄື່ອງກົນຈັກ ຫຼື ຊັບສິນອື່ນໆ.
10. ຊັບສິນທາງປັນຍາ ເປັນຕົ້ນສິດທິບັດ ລິຂະສິດ ເຄື່ອງໝາຍການຄ້າ ຫຼື ສິດອື່ນໆຂອງບຸກຄົນ ຫຼື ນິຕິບຸກຄົນ.
11. ການຊື້ຂາຍ ການໂອນສິດນຳໃຊ້ທີ່ດິນ ສິ່ງປຸກສ້າງ ຫຼື ທີ່ດິນພ້ອມສິ່ງປຸກສ້າງ.
12. ກິດຈະການທີ່ບໍ່ແມ່ນທຸລະກິດຂອງອົງການຈັດຕັ້ງຂອງລັດ ແລະ ສັງຄົມ.
13. ການສືບທອດມູນມໍລະດົກຈາກຜູ້ທີ່ບໍ່ແມ່ນຍາດສາຍຕັ້ງດ້ວຍກັນ.

ຮຽບຮຽງ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...