Homeຂ່າວພາຍ​ໃນເມືອງຈັນທະບູລີຈັດກິດຈະກຳເສຍຄ່າທຳນຽມທາງ 2019 ທີ່ສວນເຈົ້າອະນຸວົງ

ເມືອງຈັນທະບູລີຈັດກິດຈະກຳເສຍຄ່າທຳນຽມທາງ 2019 ທີ່ສວນເຈົ້າອະນຸວົງ

Published on

ໃນຕອນເຊົ້າຂອງວັນທີ 21 ມິຖຸນາ 2019 ສ່ວຍສາອາກອນເມືອງຈັດທະບູລີໄດ້ຈັດກິດຈະກຳອອກຮ້ານເສຍຄ່າທາງນອກສະຖານ ທີ່ ຊຶ່ງຈັດຂຶ້ນຢູ່ທີ່ເຂດແຄມຂອງ (ສວນເຈົ້າອານຸວົງ) ບ້ານວັດຈັນ ເມືອງຈັນທະບູລີ ເພື່ອປຸກລະດົມໃຫ້ມວນຊົນອອກມາເສຍຄ່າທາງປະຈຳປີ 2019 ຊຶ່ງຈະໄດ້ຮັບສະຕິກເກີຕິດລົດ.

ໂອກາດດັ່ງກ່າວ ທ່ານ ວິໃນ ທິບດາລາ ຫົວໜ້າສ່ວຍສາອາກອນເມືອງຈັນທະບູລີໄດ້ກ່າວວ່າ ຈຸດປະສົງຂອງການຈັດກິດຈະກຳເສຍຄ່າທາງນອກສະຖານທີ່ກໍເພື່ອບໍລິການປະຊາຊົນແບບເຖິງທີ່ ຊຶ່ງໃນໄລຍະຜ່ານມາເຖິງແມ່ນວ່າຈະມີຈຸດບໍລິການຢູ່ຫ້ອງການສ່ວຍສາອາກອນປະຈຳເມືອງ ແລະ ສາຂາທະນາຄານການຄ້າຕ່າງປະເທດກໍຕາມ ແຕ່ປະຊາຊົນສ່ວນໃຫຍ່ກໍຍັງບໍ່ສາມາດເຂົ້າເຖິງໄດ້ເທົ່າທີ່ຄວນ ທັງນີ້ ອີງຕາມທິດຊີ້ນຳຂອງກະຊວງການເງິນກໍຄືກົມສ່ວຍສາອາກອນຈິ່ງເຫັນດີຈັດກິດຈະກຳເຄື່ອນໄຫວວຽກຈຸດສຸມ ຊຶ່ງມີແຜນລົງປະຕິບັດຢູ່ໃນ 30 ບ້ານທົ່ວເມືອງຈັນທະບູລີ.

ພ້ອມນີ້ ທ່ານຫົວໜ້າກົມສ່ວຍສາອາກອນກໍໄດ້ຝາກເຖິງພໍ່ແມ່ປະຊາຊົນທີ່າໃຊ້ລົດໃຊ້ຖະໜົນທີ່ຍັງບໍ່ທັນໄດ້ເສຍຄ່າທຳນຽມທາງປະຈຳປີ 2019 ກໍຈົ່ງຟ້າວມາລົງທະບຽນເສຍໂດຍດ່ວນ ເນື່ອງຈາກຈະໝົດກຳນົດໃນທ້າຍເດືອນມິຖຸນານີ້ (ວັນທີ 30) ແລະ ໃນເດືອນກໍລະກົດເຈົ້າໜ້າທີ່ສ່ວຍສາອາກອນຈະໄດ້ຮ່ວມກັບເຈົ້າໜ້າທີ່ຕຳຫຼວດຈະລາຈອນເຂັ້ມງວດໃນການຕັ້ງດ່ານກວດແຕ່ຈຸດ ຕ່າງໆຂອງເສັ້ນທາງ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...