spot_img
Homeຂ່າວຕ່າງປະເທດລົດໂຮງໝໍ 5G ຊ່ວຍຄົນເຈັບແຜ່ນດິນໄຫວທີ່ເສສວນ

ລົດໂຮງໝໍ 5G ຊ່ວຍຄົນເຈັບແຜ່ນດິນໄຫວທີ່ເສສວນ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ລົດໂຮງໝໍທີ່ຕິດຕັ້ງເຕັກໂນໂລຊີສັນຍານບໍ່ມີສາຍ (5G) ໄດ້ສະແດງປະສິດຕິພາບໃນການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຮຸນແຮງໃນມົນທົນເສສວນ ທາງຕາເວັນຕົກສຽງໃຕ້ຂອງ ສປ ຈີນ ເມື່ອຕົ້ນອາທິດທີ່ຜ່ານມາ.

ຂະນະທີ່ຜູ້ບາດເຈັບສາຫັດລາຍໜຶ່ງກຳລັງຮັບການປິ່ນປົວມານຳໂຮງໝໍເມືອງໜິງ ເມື່ອວັນທີ 18 ມິຖຸນາ 2019 ກໍໄດ້ມີການສົ່ງພາບອັນຕຣາຊາວຄວາມລະອຽດສູງຂອງຜູ້ບາດເຈັບໄປທີ່ແພດຊ່ຽວຊານໃນເສິງຕູ ຊຶ່ງຫ່າງອອກໄປຫຼາຍກວ່າ 200 ກີໂລແມັດຜ່ານເຄືອຂ່າຍ 5G.

ບັນດາທີມແພດຜູ້ຊ່ຽວຊານຈາກໂຮງໝໍປະຊາຊົນມົນທົນເສສວນໃນນະຄອນເສິງຕູ ເມືອງເອກຂອງມົນທົນກໍເຮັດການວິເຄາະພາບ ອັນຕຣາຊາວທີ່ໄດ້ຮັບມາວ່າຜູ້ບາດເຈັບມີອາການມ້າມແຕກ ແລະ ແນະນຳແນວທາງການຮັກສາທັນທີ.

ລາຍງານລະບຸວ່າ ລົດໂຮງໝໍຄັນນີ້ຮ່ວມພັດທະນາໂດຍໂຮງໝໍປະຊາຊົນມົນທົນເສສວນ ແລະ ໄຊນ່າໂມບາຍ ຜູ້ໃຫ້ບໍລິການໂທລະຄົມມະນາຄົມລາຍໃຫຍ່ຂອງຈີນ ຖືກສົ່ງລົງພື້ນທີ່ທັນທີພາຍຫຼັງເກີດເຫດແຜ່ນດິນໄຫວ.

ທັງນີ້ ໜ່ວຍງານທ້ອງຖິ່ນເສສວນລາຍງານວ່າ ເຫດແຜ່ນດິນໄຫວຂະໜາດ 6.0 ແມັກນິຈູດຊຶ່ງສັ່ນສະເທືອນເມືອງອີ໋ປິນ ອຳເພີສາງໜິງ ເມື່ອຄືນວັນທີ 17 ມິຖຸນາ 2019 ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 13 ລາຍ ແລະ ມີຜູ້ບາດເຈັບເກືອບ 200 ຄົນ.

 

 

ຮຽບຮຽງຂ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: www.sanook.com

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...