spot_img
Homeຂ່າວຕ່າງປະເທດສະຖິຕິຜູ້ລີໄພທົ່ວໂລກເມື່ອປີ 2018 ໃກ້ເຖິງ 71 ລ້ານຄົນ

ສະຖິຕິຜູ້ລີໄພທົ່ວໂລກເມື່ອປີ 2018 ໃກ້ເຖິງ 71 ລ້ານຄົນ

Published on

ລາຍງານປະຈຳປີຂອງຢູເອັນເອຊຊີອາຣລະບຸວ່າ ຈຳນວນຜູ້ລີ້ໄພຊຶ່ງຂຶ້ນທະບຽນກັບໜ່ວຍງານສະສົມໃກ້ເຖິງ 71 ລ້ານຄົນເມື່ອປີຜ່ານມາ ສ່ວນໃຫຍ່ຍັງຄົງເປັນຊາວຊີເຣຍ ແລະ ແຄນາກາ ຊຶ່ງເປັນປະເທດທີ່ຮັບຕັ້ງຖິ່ນຖານຜູ້ລີ້ໄພຫຼາຍທີ່ສຸດ.

ສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດໄດ້ເຜີຍແຜ່ລາຍງານປະຈຳປີກ່ຽວກັບສະຖານະການຜູ້ລີ້ໄພໂລກເນື່ອງໃນໂອ ກາດ “ວັນຜູ້ລີ້ໄພໂລກ” ຊຶ່ງກົງກັບວັນທີ 20 ມິຖຸນາ ໂດຍໃຫ້ຮູ້ວ່າ ຈຳນວນຜູ້ລີ້ໄພທີ່ຂຶ້ນທະບຽນຢ່າງເປັນທາງການກັບຢູເອັນເອຊອາຣຊີຢູ່ທີ່ປະມານ 70,8 ລ້ານຄົນນັບຈົນເຖິງທ້າຍປີ 2018 ຖືເປັນທ່າອຽງທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ  ໜ້າວິຕົກກັງວົນ ຈາກສະຖິຕິ 68,5 ລ້ານຄົນເມື່ອປີ 2017ເພີ່ມຂຶ້ນເຖິງ 65% ຈາກທົດສະວັດທີ່ຜ່ານມາ.

ທັງນີ້ ຈາກສະຖິຕິຜູ້ລີ້ໄພໃນປັດຈຸບັນເກືອບ 71 ລ້ານຄົນພົບວ່າຫຼາຍກວ່າ 41 ລ້ານຄົນ ຫຼື ຄິດເປັນ 3 ໃນ 5 ແມ່ນໄຮ້ທີ່ຢູ່ອາໄສ ແລະ ຕ້ອງລີ້ໄພຢູ່ໃນປະເທດຂອງຕົນເອງ ອັນເນື່ອງມາຈາກພາວະສົງຄາມ ແລະ ພະຍາດລະບາດ ໂດຍປະເທດທີ່ຄອງສະຖິຕິທີ່ປະຊາຊົນຕ້ອງກາຍສະຖານະພາບເປັນຜູ້ລີ້ໄພຫຼາຍທີ່ສຸດໃນຊີເຣຍ ລາຍງານຂອງຢູເອັນເອຊຊີອາຣຍັງລະບຸອີກວ່າ ເຖິງຈະປະເມີນຈຳນວນຜູ້ລີ້ໄພຈາກເວເນຊຸເອລາທີ່ມີຫຼາຍກວ່າ 4 ລ້ານຄົນ ຊຶ່ງເດີນທາງອອກນອກປະເທດຕັ້ງແຕ່ປີ 2016 ເພື່ອຫຼີກເວັ້ນພາະວຫຼົ້ມສະຫຼາຍທາງເສດຖະກິດ ແລະ ສັງຄົມ ແຕ່ມີປະມານ 500.000 ຄົນເທົ່ານັ້ນທີ່ຂຶ້ນທະບຽນຜູ້ລີ້ໄພກັບຢູເອນເອຊຊີອາຣ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AP,REUTERS

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...