spot_img
Homeຂ່າວຕ່າງປະເທດອອກໝາຍຈັບ 4 ຜູ້ຕ້ອງຫາຊາວຣັດເຊຍ-ຢູເຄຣນໂຈມຕີຖ້ຽວບິນ MH17

ອອກໝາຍຈັບ 4 ຜູ້ຕ້ອງຫາຊາວຣັດເຊຍ-ຢູເຄຣນໂຈມຕີຖ້ຽວບິນ MH17

Published on

ລາຍງານຂ່າວຕ່າງປະເທດເມື່ອວັນທີ 19 ມິຖຸນາຜ່ານມາໃຫ້ຮູ້ວ່າ ຄະນະສອບສວນນາໆຊາດ ຫຼື JIT ໄດ້ເປີດຖະແຫຼງການທີ່ເມືອງນິວເວີຣໄຄ ປະເທດເນເທີແລນ ໂດຍໄດ້ຊີ້ແຈງຜົນກວດສອບກໍລະນີເຮືອບິນຂອງສາຍການາບິນມາເລເຊຍ ແອຣລາຍ ຖ້ຽວບິນທີ MH17 ຊຶ່ງຖືກຍິງຕົກເໜືອນ່ານຟ້າແຄວ້ນໂຄເນຕສ ດິນແດນພິພາດທາງພາກຕາເວັນອອກຂອງຢູເຄຣນເມື່ອເດືອນມັງກອນ 2014 ສົ່ງຜົນໃຫ້ລູກເຮືອ ແລະ ຜູ້ໂດຍສານລວມ 289 ລາຍເສຍຊີວິດ.

ທ່ານ ວິລເບີຣຕ ພໍລິສເຊນ ຜູ້ບັນຊາການຕຳຫຼວດແຫ່ງຊາດຂອງເນເທີແລນໄດ້ອອກຖະແຫຼງປະກາດຈັບຜູ້ຕ້ອງຫາ 4 ຄົນຄື ອິກກໍຣ ເກີຣກິນ ເຊີຣເກ ດູບິນສະກີ ແລະ ໂອເລກ ປູລາຕອຟ ທັງໝົດເປັນຊາວຣັດເຊຍ ແລະ ອີກ 1 ຄົນກໍຄື ລີໂອນິກ ຄາຣເຊນໂກ ຊາວຢູເຄຣນ ທັງນີ້ JIT ໄດ້ລະບຸວ່າ ຜູ້ຕ້ອງຫາທັງ 4 ຄົນມີຄວາມກ່ຽວໂຍງກັບຂີປະນາວຸດລຸ້ນທີ່ຜະລິດໃນຣັດເຊຍຊຶ່ງຖືກໃຊ້ຍິງເຮືອບິນລຳດັ່ງກ່ວ ແລະ ຖືກຕັ້ງຂໍ້ຫາຄາຕະກຳ ນອກຈາກນີ້ ກໍຈະສືບສວນເພີ່ມເຕີມກັບສາຍບັງຄັບການບັນຊາການຝ່າຍຣັດເຊຍທີ່ອາດຢູ່ເບື້ອງຫຼັງເຫດການດັ່ງກ່າວ ສ່ວນການສືບສວນ-ສອບສວນແມ່ນຈະເລີ່ມໃນເດືອນມີນາ 2020 ທີ່ຈະເຖິງນີ້.

ຂະນະທີ່ ເກີຣກິນ ອະດີດຫົວໜ້າທະຫານກຸ່ມກະບົດຂອງຢູເຄຣນໄດ້ບອກກັບສຳນັກຂ່າວວ່າ ກຸ່ມກະບົດບໍ່ໄດ້ຍິງເຮືອບິນ MH17 ຕົກ ສ່ວນທ່ານ ເຟຣດ ເວສເທີຣເບກ ໄອຍະການໃນຄະນະສອບສວນນາໆຊາດກ່າວກວ່າ JIT ຈະບໍ່ຂໍໃຫ້ທາງການຣັດເຊຍ ແລະ ຢູເຄຣນສົ່ງຕົວຜູ້ຕ້ອງຫານທັງ 4 ຄົນມາເນເທີແລນໃນຖານະຜູ້ຮ້າຍຂ້າມແດນ ເນື່ອງຈາກລັດຖະທຳມະນູນຂອງທັງສອງປະເທດມີ ການຫ້າມການກະທຳດັ່ງກ່າວ ຊຶ່ງໄລຍະທຳອິດ JIT ຈະຂໍໃຫ້ທາງການຣັດເຊຍສົ່ງໝາຍເອີ້ນຜູ້ຕ້ອງຫາທັງ 4 ຊຶ່ງຢູ່ໃນຣັດເຊຍ ແລະ ຂໍໃຫ້ທາງການຣັດເຊຍດຳເນີນການສອບປາກຄຳຜູ້ຕ້ອງຫາໃນຂໍ້ຫາຄາຕະກຳ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...