spot_img
Homeຂ່າວຕ່າງປະເທດລັດຖະບານນາມີເບຍ ຍອມໃຫ້ປະມູນສັດປ່າ 1 ພັນໂຕສົມທົບທຶນສູ້ໄພແລ້ງ

ລັດຖະບານນາມີເບຍ ຍອມໃຫ້ປະມູນສັດປ່າ 1 ພັນໂຕສົມທົບທຶນສູ້ໄພແລ້ງ

Published on

ເຖິງທາງຕັນເມື່ອລັດຖະບານນາມີເບຍໝົດຫົນທາງຕໍ່ສູ້ກັບໄພແລ້ງລະດັບຮຸນແຮງທີ່ສຸດໃນຮອບເກືອບສະຕະວັດ ໂດຍໄດ້ອະນຸມັດໃຫ້ມີການປະມູນຂາຍສັດປ່າຢ່າງໜ້ອຍ 1.000 ໂຕໃນພື້ນທີ່ປ່າຄຸ້ມຄອງເພື່ອປ້ອງກັນສັດຕາຍຈາກໄພອຶດຫິວ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ວ່າ ທ່ານ ໂຣມີໂອ ມູຢຸນດາ ລັດຖະມົນຕີວ່າການກະຊວງສິ່ງແວດລ້ອມຂອງສາທາ ລະນະລັດນາມີເບຍ ຊຶ່ງເປັນປະເທດທີ່ທຸກຍາກໃນທະວີບອາຟຣິກາໃຕ້ ມີປະຊາກອນປະມານ 2,4 ລ້ານຄົນ ໄດ້ຖະແຫຼງຢ່າງເປັນທາງການເມື່ອອາທິດທີ່ຜ່ານມາວ່າ ຄະນະລັດຖະມົນນາມີເບຍໄດ້ອະນຸມັດໃຫ້ມີການປະມູນຂາຍສັດປ່າຢ່າງໜ້ອຍ 1.000 ໂຕໃນເຂດພື້ນທີ່ປ່າຄຸ້ມຄອງຕ່າງໆທົ່ວປະເທດເນື່ອງຈາກນາມີເບຍຜະເຊີນໄພແຫ້ງແລ້ງໜັກສຸດໃນຮອບ 90 ປີ.

ການປະມູນຂາຍສັດປ່າຄັ້ງນີ້ມີເປົ້າໝາຍເພື່ອຈຳກັດການສູນເສຍຊີວິດຂອງສັດປ່າທີ່ອາດຕາຍຈາກໄພອຶດຫິວ ເນື່ອງຈາກໄພແລ້ງເຮັດໃຫ້ທົ່ງຫຍ້າທີ່ເປັນແຫຼ່ງອາຫານສັດເລີ່ມສູນຫາຍລົງເລື້ອຍໆ ລວມທັງຈຳນວນເງິນທີ່ໄດ້ຈາກການປະມູນຊຶ່ງຕັ້ງເປົ້າໄວ້ຢ່າງໜ້ອຍ 1,1 ລ້ານໂດລາທີ່ຈະຖືກນຳໃຊ້ເຂົ້າໃນການອະນຸຮັກສັກປ່າ ແລະ ບໍລິຫານຈັດການຜືນປ່າ ຫຼື ສະຖານທີ່ຕ່າງໆທີ່ຂາດແຄນງົບປະມານຢ່າງໜັກ.

ສັດປ່າທີ່ຈະຖືກປະມູນເປັນສັດປ່າທີ່ໃຊ້ໃນຟາມຜູ້ໃຫ້ບໍລິການເກມລ່າສັດ ລວມທັງຄວາຍປ່າປອດພະຍາດ 600 ໂຕ ຊ້າງ 28 ໂຕ ຢີ່ຣາຟ 60 ໂຕ ອິມພາລາ 20 ໂຕ ກວາງ 65 ໂຕ ແລະ ມະມັ່ງອາຟຣິກາສາຍພັນຕ່າງໆອີກຈຳນວນຫຼາຍ ຊຶ່ງລັດຖະບານໄດ້ລົງໂຄສະນາທາງໜັງສືພິມທ້ອງຖິ່ນເພື່ອປະຊາສຳພັນກ່ຽວກັບການປະມູນເມື່ອອາທິດທີ່ຜ່ານມາ.

ທັງນີ້ ລັດຖະບານນາມີເບຍຫາກໍ່ປະກາດພາວະໄພພິບັດແຫ່ງຊາດເມື່ອເດືອນທີ່ຜ່ານມາ ຫຼັງຈາກທີ່ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດປະເມີນວ່າ ບາງພື້ນທີ່ຂອງປະເທດເກີດໄພແລ້ງທີ່ສຸດໃນຮອບ 90 ປີ ຊຶ່ງກ່ອນໜ້ານີ້ລັດຖະບານໄດ້ຮຽກຮ້ອງຂໍຄວາມຊ່ວຍເຫຼືອຈາກນາໆຊາດເພື່ອຕໍ່ສູ້ກັບໄພແລ້ງທີ່ສົ່ງຜົນກະທົບຕໍ່ປະຊາກອນຫຼາຍກວ່າ 500.000 ຄົນ ແລະ ເມື່ອເດືອນເມສາທີ່ຜ່ານມາລັດຖະບານກໍປະກາດຈັດສັນງົບປະມານທີ່ຍັງເຫຼືອພຽງ 39.000 ໂດລາເພື່ອບັນເທົາໄພແລ້ງໃນປີນີ້ ໂດຍຈະນຳເງິນໄປອຸດໜູນ ຊື້ອາຫານ ຈັດຫາຖັງເກັບນ້ຳສຳລັບຊາວກະສິກຳທີ່ທຸກຍາກ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...