spot_img
Homeຂ່າວຕ່າງປະເທດພາກໃຕ້ຂອງອິນເດຍປະສົບໄພແລ້ງຂັ້ນວິກິດ

ພາກໃຕ້ຂອງອິນເດຍປະສົບໄພແລ້ງຂັ້ນວິກິດ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ມິຖຸນາຜ່ານມາວ່າ ຫຼາຍເຂດໃນປະເທດອິນເດຍພວມຜະເຊີນກັບວິກິດຂາດແຄນນ້ຳກະທັນຫັນໃນເມືອງເຈນໄນ ເມືອງຫຼວງຂອງລັດລະມິນລະນາທູ ທາງໃຕ້ສຸດຂອງປະເທດພາຍຫຼັງທີ່ອ່າງເກັບນ້ຳຫຼັກ 4 ແຫ່ງຂອງເມືອງແຫ້ງສົ່ງຜົນໃຫ້ທາງການຕ້ອງຊອກຫາວິທີທາງແກ້ຢ່າງຮີບດ່ວນ.

ເມືອງເຈນໄນເປັນເມືອງຂະໜາດນ້ອຍອັນດັບ 6 ຂອງອິນເດຍ ປັດຈຸບັນກຳລັງຜະເຊີນກັບພາວະຂາດແຄນນ້ຳຢ່າງຮຸນແຮງຊຶ່ງແກ່ຍາວເປັນເວລາຫຼາຍອາທິດແລ້ວ ສົ່ງຜົນກະທົບຢ່າງໜັກແກ່ປະຊາຊົນ ລວມເຖິງໂຮງແຮມ ແລະ ຮ້ານອາຫານກໍໄດ້ປິດໃຫ້ບໍລິການຊົ່ວຄາວ ລວມທັງລົດໄຟຟ້າໃຕ້ດິນກໍປິດເຄື່ອງປັບອາກາດພາຍໃນສະຖານີອີກດ້ວຍ.

ນອກຈາກນີ້ ບັນດາບໍລິສັດກໍໄດ້ໃຫ້ພະນັກງານເຮັດວຽກມາຈາກບ້ານເພື່ອເປັນການປະຢັດນ້ຳແຕ່ກໍຍັງບໍ່ໄດ້ຜົນ ທັງນີ້ ວິກິດຂາດແຄນນ້ຳສົ່ງຜົນໃຫ້ທະເລສາບຫຼາຍສາຍ ແລະ ອ່າງເກັບນ້ຳແຫ້ງ ຊາວບ້ານຕ້ອງຕໍ່ແຖວຫຼາຍຊົ່ວໂມງເພື່ອລໍຖ້າຮັບນ້ຳຈາກລົດແຈກນ້ຳຂອງສຳນັກງານການປະປາທ້ອງຖິ່ນ ຂະນະທີ່ຊາວບ້ານບາງສ່ວນກໍເກີດຜິດຖຽງກັນເລັກໜ້ອຍກໍລະນີຍາດນ້ຳ.

ຂະນະທີ່ທາງການກໍພະຍາຍາມຊອກຫາແຫຼ່ງນ້ຳສຳຮອງເພື່ອບັນເທົາທຸກໃຫ້ປະຊາຊົນ ສ່ວນສຳນັກງານການປະປາໃນເມືອງເຈນໄນໄດ້ເລີ່ມລະບຸຈຸດ ແລະ ສະກັດນ້ຳຈາກເໝືອງຫີນ ແຕ່ບັນຫາໃຫຍ່ກໍຄືລະດັບນ້ຳບາດານຫຼຸດຕ່ຳລົງ ທາງດຽວທີ່ຈະເຮັດໃຫ້ບັນຫາເຫຼົ່ານີ້ດີຂຶ້ນກໍຄື ການປັບໃຫ້ລະດັບນ້ຳບາດານສູງຂຶ້ນ ຊຶ່ງວິກິດການແບບນີ້ເກີດຂຶ້ນຊ້ຳແລ້ວຊ້ຳອີກ  ແລະ ນ້ຳບາດານຖືເປັນທາງລອດທາງດຽວຂອງພວກເຮົາ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: GETTY IMAGES

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...