Homeຂ່າວຕ່າງປະເທດອີໂບລາໃນດີອາຣຄອງໂກຍັງຢູ່ໃນພາວະສຸກເສີນລະດັບໂລກ

ອີໂບລາໃນດີອາຣຄອງໂກຍັງຢູ່ໃນພາວະສຸກເສີນລະດັບໂລກ

Published on

ອົງການອະນາໄມໂລກມີມະຕິທີ່ຍັງບໍ່ປະກາດໃຫ້ສະຖານະການແຜ່ລະບາດຂອງເຊື້ອໄວຣັສອີໂບລາໃນປະເທດດີອາຣຄອງໂກ ຊຶ່ງຂ້າຊີ ວິດປະຊາຊົນຫຼາຍກວ່າ 1.400 ລາຍນັບແຕ່ກາງປີ 2018 ແລະ ພວມແຜ່ຂະຫຍາຍໄປຍັງພົມແດນຢູກັນດາ ຊຶ່ງຖືເປັນພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ.

ລາຍງານຂ່າວຕ່າງປະເທດເມື່ອວັນທີ 15 ມິຖຸນາຈາກນະຄອນເຈນນີວາ ປະເທດສະວິດເຊີແລນໃຫ້ຮູ້ວ່າ ຜູ້ອຳນວຍການອົງການອະນາໄມໂລກກ່າວລະຫວ່າງລົງພື້ນທີ່ສາທາລະນະລັດ ປະຊາທິປະໄຕ ດີອາຣຄອງໂກວ່າ ໄດ້ຮັບແຈ້ງຈາກທີ່ປະຊຸມວາລະສຸກເສີນຂອງ WHO ໂດຍມີມະຕິຍັງບໍ່ປະກາດໃຫ້ສະຖານະການແຜ່ລະບາດຂອງເຊື້ອໄວຣັສອີໂບລາເປັນພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ.

ຢ່າງໃດກໍຕາມ ຜູ້ຊ່ຽວຊານກໍໄດ້ອອກມາຢືນຢັນວ່າ ການທີ່ບໍ່ໄດ້ປະກາດໃຫ້ສະຖານະການສຸກເສີນກໍບໍ່ໄດ້ໝາຍຄວາມວ່າ WHO ຈະນິ້ງເສີຍຕໍ່ວິກິດຄັ້ງນີ້ ແຕ່ກົງກັນຂ້າມຍິ່ງເພີ່ມຄວາມຊ່ວຍເຫຼືອໃຫ້ແກ່ທຸກປະເທດທີ່ກຳລັງໄດ້ຮັບຜົນກະທົບ ທັງນີ້ ຢູກັນດາ ຊຶ່ງມີພົມແດນທາງຕາວັນຕົກຕິດກັບດີອາຣຄອງໂກ ພົບມີຜູ້ເສຍຊີວິດແລ້ວຈາກເຊື້ອໄວຣັສອີໂບລາເມື່ອ ບໍ່ດົນມານີ້ຊຶ່ງເປັນເດັກຊາຍອາຍຸ 5 ປີ ຫຼັງຈາກນັ້ນພຽງວັນດຽວແມ່ເຖົ້າຂອງເດັກຄົນດັ່ງ ກ່າວກໍເສຍຊີວິດດ້ວຍພະຍາດດຽວກັນ ຂະນະທີ່ສະມາຊິກໃນຄອບຄົວຊຶ່ງລວມເຖິງເດັກຊາຍອາາຍຸ 3 ປີທີ່ແພດຢືນຢັນວ່າຕິດເຊື້ອ ແລະ ຜູ້ຕ້ອງສົງໃສໃກ້ຊິດກັບຄອບຄົວນີ້ຊຶ່ງລີ້ ໄພຂ້າມພົມແດນມາຈາກດີອາຣຄອງໂກເກືອບ 100 ຄົນຕ້ອງຖືກກັບບໍລິເວນ.

ສຳລັບວິກິດການແຜ່ລະບາດຂອງອີໂບລາໃນດີອາຣຄອງໂກຄັ້ງນີ້ເປັນການແຜ່ລະບາດຄັ້ງທີ 2 ຕໍ່ຈາກການແຜ່ລະບາດລະຫວ່າງເດືອນພຶດສະພາຫາເດືອນກໍລະກົດປີ 2018 ແຕ່ຄັ້ງນີ້ມີຄວາມຮຸນແຮງກວ່າ ຊຶ່ງມີຜູ້ເສຍຊີວິດແລ້ວເຖິງ 1.400 ລາຍ ແລະ ມີຜູ້ປ່ວຍສະສົມອີກຫຼາຍກວ່າ 2.000 ຄົນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...