spot_img
Homeຂ່າວຕ່າງປະເທດສານອິສຣາແອນສັ່ງປັບໄໝພັນລະຍາຜູ້ນຳ ຖານນຳໃຊ້ງົບປະມານລັດ

ສານອິສຣາແອນສັ່ງປັບໄໝພັນລະຍາຜູ້ນຳ ຖານນຳໃຊ້ງົບປະມານລັດ

Published on

ສານໃນນະຄອນຫຼວງເຢລູຊາເລັມ ປະເທດອິສຣາແອນ ມີຄຳຕັດສິນເມື່ອວັນທີ 16 ມິຖຸນາຜ່ານມາໃຫ້ ນາງ ຊາຣາ ເນທັນຢາຮູ ໄວ 60 ປີ ພັນລະຍາຂອງ ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີຂອງອິສຣາແອນມີຄວາມຜິດແທ້ໂທດຖານນຳໃຊ້ງົບປະ ມານຂອງລັດຊື້ອາຫານຮັບປະທານເອງ.

ຄຳຕັດສິນດັ່ງກ່າວມີຂຶ້ນພາຍຫຼັງການຍອມຮັບສາລະພາບເພື່ອໃຫ້ມີການຫຼຸດໂທດ ຊຶ່ງນາງ ຊາຣາ ຈະຖືກປັບເປັນເງິນປະມານ 2.800 ໂດລາ ແລະ ຈະຕ້ອງຊົດໃຊ້ງົບປະມານຄືນໃຫ້ລັດເປັນເງິນທັງໝົດ 45.000 ໂດລາ ທັງນີ້ ສານໃຫ້ໂອກາດສາມາດຜ່ອນຊຳລະເປັນລາຍເດືອນໄດ້.

ຂະນະທີ່ ນາງ ຊາຣາ ແມ່ນເຄີຍຖືກດຳເນີນຄະດີນັບແຕ່ເດືອນມິຖຸນາ 2018 ໃນຂໍ້ຫາຄໍລັບເຊິນ ລະເມີດຄວາມໄວ້ວາງໃຈດ້ວຍການຈ່າຍງົບປະມານເປັນເງິນ 85.000 ເອີໂຣໃນການຊື້ອາຫານຈາກຮ້ານອາຫານຊື່ດັງໃນນະຄອນເຢຣູຊາເລັມ ຂະນະທີ່ ທ່ານ ເນທັນຢາຮູ ກໍມີຄະດີຄໍລັບເຊິນທີ່ຕ້ອງເຂົ້າຮັບການສືບສວນໃນໄວໆນີ້.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: matichon.co.th

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...