spot_img
Homeຂ່າວຕ່າງປະເທດບຣາຊິນເຜີຍຄະດີ... ແມ່ຂ້າລູກໃນໄສ້

ບຣາຊິນເຜີຍຄະດີ… ແມ່ຂ້າລູກໃນໄສ້

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 15 ມິຖຸນາຜ່ານມາວ່າ ເກີດຄະດີສະເທືອນຂວັນໃນປະເທດບຣາຊິນ ເມື່ອແມ່ແທ້ໆໃຊ້ມີດກະໜ່ຳແທງ ແລະ ປາດຄໍລູກຊາຍແທ້ໆໄວ 9 ປີຂອງນາງອັນເນື່ອງມາຈາກລູກຊາຍຢາກກາຍເປັນຍິງ.

ນາງ ໂຣຊານາ ກັນດິໂດ ອາຍຸ 27 ປີ (ແມ່) ແລະ ນາງສາວ ຄາຊີລາ ເພສໂຊອາ ອາຍຸ 28 ປີ (ຍິງຮັກຍິງ) ຮັບສາລະພາບວ່າໄດ້ລົງມືກໍ່ເຫດສະເທືອນຂວັນທີ່ເມືອງຊາມຳໄບອາ ຫ່າງຈາກນະຄອນບຣາຊິເລຍນະຄອນຫຼວງຂອງບຣາຊິນປະມານ 32 ກີໂລແມັດ ທັງນີ້ ທັງສອງໄດ້ເລົ່າລາຍລະອຽດໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນຟັງວ່າ ນາງ ກັນດິໂດ ໄດ້ໃຊ້ມີດແທງ ທ້າວ ຣູອັນ (ລູກຊາຍ) 12 ຄັ້ງ ແລ້ວໃຊ້ມີດປາດຄໍລູກຊາຍ ຫຼັງຈາກນັ້ນທັງສອງກະພະຍາຍາມຂວັດໜ່ວຍຕາຂອງເດັກຊາຍເພື່ອປ້ອງກັນບໍ່ໃຫ້ຄົນອື່ນຈື່ໜ້າຂອງເດັກ  ແລະ ໄດ້ນຳເອົາສິ້ນສ່ວນຂອງເດັກໄປເຜົາແຕ່ບໍ່ສຳເລັດ ຈຶ່ງໄດ້ນຳເອົາສົບຍັດໃສ່ກະເປົ໋າແລ້ວນຳໄປຖິ້ມໄວ້ໃນທໍ່ລະບາຍນ້ຳ.

ຂະນະທີ່ຜູ້ຕ້ອງຫາທັງສອງໄດ້ກ່າວອີກວ່າ ໄດ້ລົງມືກໍ່ເຫດດັ່ງກ່າວເນື່ອງຈາກວ່າລູກຊາຍຂອງຕົນຕ້ອງການເປັນແມ່ຍິງ ລາຍງານຍັງລະບຸອີກວ່າ ອາຊະຍາກຳແສນທໍລະມານດັ່ງກ່າວສ້າງຄວາມສະເທືອນໃຈໃຫ້ແກ່ຜູ້ເປັນພໍ່ ແລະ ຜູ້ທີ່ໄດ້ພົບເຫັນ ລວມເຖິງເຈົ້າໜ້າທີ່ສືບສວນ-ສອບສວນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod.co.th

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...