spot_img
Homeຂ່າວຕ່າງປະເທດເກີດເຫດໄຟໄໝ້ໃນງານແຕ່ງດອງ ແຂກເຂົ້າຮ່ວມຫຼາຍກວ່າ 500 ຄົນໜີຕາຍຊຸນລະມຸນ

ເກີດເຫດໄຟໄໝ້ໃນງານແຕ່ງດອງ ແຂກເຂົ້າຮ່ວມຫຼາຍກວ່າ 500 ຄົນໜີຕາຍຊຸນລະມຸນ

Published on

ສື່ຂ່າວປະເທດຈີນລາຍງານວ່າ ເກີດເຫັກວຸ້ນວາຍທີ່ບໍ່ຄາດຄິດເກີດຂຶ້ນກາງງານດອງພາຍໃນໂຮງແຮມແຫ່ງໜຶ່ງເມື່ອວັນທີ 11 ມິຖຸນາ 2019 ທີ່ຜ່ານມາ ເຫດການດັ່ງກ່າວເກີດຂຶ້ນທີ່ເມືອງໜານຊາງ ມົນທົນຈຽງຊີ ທາງຕະເວັນອອກສຽງໃຕ້ຂອງຈີນ ຂະນະທີ່ເຈົ້າສາວໂຍນຊໍ່ດອກໄມ້ ແລະ ແຂກກຳລັງອວຍພອນຄູ່ບ່າວສາວ ດອກໄຟສະປອດໄລໃນງານກໍເກີດມີຄວັນ ແລະ ເກີດປະກາຍໄຟ  ຈຶ່ງເຮັດໃຫ້ທັງເຈົ້າພາບ ແລະ ແຂກທີ່ມາຮ່ວມງານພາກັນແຕກຕື່ນຟ້າວໜີຫຼົບໄພກັນຢ່າງສົນລະວົນ.

ເຫດການດັ່ງກ່າວສາມາດຄວບຄຸໄດ້ໃນເວລາຕໍ່ມາ ທັງນີ້ ຍາດພີ່ນ້ອງຝ່າຍເຈົ້າບ່າວໄດ້ກ່າວວ່າ ຄູ່ບ່າວສາວຮັກກັນຕັ້ງແຕ່ສະໄໝມັດທະຍົມປາຍ “ແຕ່ງດອງຄັ້ງໜຶ່ງໃນຊີວິດຜັດມາເກີດເຫດການທີ່ບໍ່ຄາດຝັນຈົນເຮັດໃຫ້ງານແຕ່ງຕ້ອງລົ້ມເລີກ”.

ສ່່ວນພະນັກງານຂອງໂຮມແຮມໄດ້ກ່າວວ່າ ເມື່ອຮັບຮູ້ເລື່ອງກໍຮີບຮັບມືກັບເຫດການທັນທີ ໂດຍທາງຜູ້ບໍລິຫານໂຮງແຮມຍັງຢູ່ລະຫວ່າງການເຈລະຈາຫາລືກັບທາງຄອບຄົວເຈົ້າບ່າວເຈົ້າສາວ.

ຮຽບຮຽງ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...