spot_img
Homeຂ່າວຕ່າງປະເທດສາວຈີນສານຝັນໃຫ້ກາຍເປັນຈິງດ້ວຍການ “ສ້າງເຮືອນພັກຄົນຊະລາ”

ສາວຈີນສານຝັນໃຫ້ກາຍເປັນຈິງດ້ວຍການ “ສ້າງເຮືອນພັກຄົນຊະລາ”

Published on

“ຂ້ອຍຕ້ອງການໃຫ້ບັ້ນປາຍຊີວິດຂອງເຂົາເຈົ້າມີຄວາມສຸກທີ່ສຸດ” ນີ້ຄືຄຳໝັ້ນສັນຍາຂອງຍິງສາວຊາວຈີນທີ່ສາມາດເຮັດຕາມຄວາມຝັນຂອງຕົນເອງ ໂດຍນາງໄດ້ສ້າງເຮືອນພັກສຳລັບຄົນຊະລາໄດ້ສຳເລັດ ແລະ ໄດ້ດູແລເຂົາເຈົ້າມາໄດ້ດົນກວ່າ 5 ປີ ຊຶ່ງມີຫຼາຍກວ່າ 150 ຄົນ.

ນາງ ຫຍາງ ຮຸ່ຍເໝີຍ ຍິງສາວລຸ້ນໃໝ່ໃນໄວ 35 ປີ ໄດ້ເຮັດຕາມຄວາມຝັນໄດ້ສຳເລັດ ນາງ ຫຍາງ ຈົບການສຶກສາຈາກມະຫາວິ ທະຍາໄລການແພດສະເພາະທາງທີ່ມົງໂກເລຍເມື່ອປີ 2005 ແລ້ວກັບມາບ້ານເກີດເມືອງນອນທີ່ມົນທົນເຫີເປີຍ ຈາກນັ້ນນາງກໍເລີ່ມເດີນທາງຕາມຫາຄວາມຝັນຊຶ່ງຢູ່ໃນສ່ວນເລິກຂອງຫົວໃຈ ໂດຍນາງເລີ່ມປະກອບອາຊີບຕາມວິຊາທີ່ໄດ້ສຶກສາຮ່ຳຮຽນມາ ດ້ວຍການເປີດຄລີນິກທັນຕະກຳ ແຕ່ຫຼັງຈາກໄດ້ປິ່ນປົວຜູ້ປ່ວຍທີ່ມີອາຍຸສູງມາໄລຍະໜຶ່ງ ນາງ ຫຍາງ ກໍເລີ່ມມີຄວາມຄິດທີ່ຈະເປີດເຮືອນພັກຄົນຊະລາ ແລະ ຫຼັງຈາກກຽມຕົວເປັນເວລາ 2 ປີ ນາງກໍສາມາດເປີດເຮືອນພັກຄົນຊະລາໄດ້ສຳເລັດໃນຊື່ “ສືອັນຊິ່ງຝູ” ແລະ ເປີດຢ່າງເປັນທາງການເມື່ອເດືອນກຸມພາ 2014 ທັງນີ້ ຊື່ດັ່ງກ່າວແມ່ນໝາຍເຖິງຄວາມເມດຕາ ຄວາມສະຫງົບປອດໄພ ແລະ ຄວາມສຸກ.

ເຮືອນພັກຄົນຊະລາແຫ່ງນີ້ບໍ່ແມ່ນສະຖານທີ່ເຮັດວຽກ ແຕ່ປຽບເໝືອນເປັນເຮືອນຫຼັງທີ 2 ຂອງນາງ ຫຍາງ ເພາະນາງໃຊ້ຊີວິດຢູ່ສະຖານທີ່ແຫ່ງນີ້ຕະຫຼອດເວລາ ແລະ ເຮັດທຸກໜ້າທີ່ດ້ວຍຕົນເອງ ເນື່ອງຈາກຍັງຂາດບຸກຄະລາກອນທີ່ຈະມາຊ່ວຍແບ່ງເບົາວຽກ ງານ.

ດັ່ງນັ້ນ ນາງຈິ່ງເປັນຜູ້ຈັດການວຽກງານຕ່າງໆພາຍໃນເຮືອນດ້ວຍຕົນເອງ ບໍ່ວ່າຈະທຳຄວາມສະອາດຫ້ອງນ້ຳ ຊ່ວຍຄົນຊະລາເຂົ້າຫ້ອງນ້ຳ ອາບນ້ຳທຳຄວາມສະອາດໃຫ້ເຂົາເຈົ້າ ນວດຜ່ອນຄາຍ ແລະ ແຕ່ງຢູ່ຄົວກິນ ຂະນະທີ່ຄົນອ້ອມຂ້າງຂອງ ນາງ ຫຍາງ ຕ່າງກໍເວົ້າເປັນສຽງດຽວກັນວ່າ ຫຍາງ ປະຕິບັດກັບຄົນຊະລາປຽບດັ່ງເຂົາເຈົ້າເປັນພໍ່ແມ່ຂອງນາງ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: sanook.com

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...