spot_img
Homeຂ່າວຕ່າງປະເທດອັງກິດອອກກົດໝາຍຫ້າມໂຄສະນາເນື້ອຫາທີ່ເໝົາລວມທາງເພດ

ອັງກິດອອກກົດໝາຍຫ້າມໂຄສະນາເນື້ອຫາທີ່ເໝົາລວມທາງເພດ

Published on

ປະເທດອັງກິດອອກກົດໝາຍສັ່ງຫ້າມການໂຄສະນາທີ່ມີເນື້ອຫາເໝົາລວມທາງເພດທີ່ເປັນອັນຕະລາຍຕໍ່ສັງຄົມ ຊຶ່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 14 ມິຖຸນາຜ່ານມາ ນັບເປັນກົດໝາຍທີ່ສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ກັບອຸດສາຫະກຳໂຄສະນາພາຍໃນປະເທດ.

ໜ່ວຍງານມາດຕະຖານການໂຄສະນາ (ASA) ຜູ້ກວດສອບເນື້ອຫາການໂຄສະນາຂອງປະເທດອັງກິດຈະຫ້າມການໂຄສະນາທີ່ມີເນື້ອຫາເໝົາລວມທາງເພດເຊັ່ນ ແມ່ຍິງຈອດລົດບໍ່ໄດ້ ຫຼື ຜູ້ຊາຍປ່ຽນຜ້າອ້ອມບໍ່ເປັນ ລວມເຖິງເດັກແມ່ຍິງຮຽນບໍ່ເກົ່າເທົ່າກັບເດັກຊາຍ ໂດຍກົດໝາຍດັ່ງກ່າວແມ່ນບໍ່ໄດ້ລວມເຖິງສະຖານະການເໝົາລວມບາງຢ່າງເຊັ່ນ ຖືກກຳນົດໄວ້ແລ້ວວ່າບໍ່ໄດ້ເປັນອັນ ຕະລາຍຄື ແມ່ຍິງເຮັດຄວາມສະອາດ ຫຼື ຜູ້ຊາຍເຮັດວຽກງານດີໄອວາຍ (DIY) ເຫຼົ່ານີ້ເປັນຕົ້ນ.

ທັງນີ້ ກົດໝາຍດັ່ງກ່າວມີເຫດຜົນເພື່ອຫຼຸດຄວາມບໍ່ເທົ່າທຽມໃນສັງຄົມທີ່ເກີດຈາກເນື້ອຫາເໝົາລວມທີ່ປາກົດຜ່ານສື່ໂຄສະນາ ແລະ ນັບເປັນການເລີ່ມຕົ້ນທີ່ດີເພື່ອຜົນປະໂຫຍດຂອງເພດຍິງ ແລະ ເພດຊາຍໃນສັງຄົມອັງກິດ ໂດຍໂຄສະນາທີ່ ASA ເຫັນວ່າເປັນບັນຫາກໍຄື ໂຄສະນາທາງໂທລະພາບເມື່ອປີ 2017 ຊຶ່ງເປັນໂຄສະນານົມເດັກຍີ່ຫໍ້ດັງທີ່ສະແດງໃຫ້ເຫັນເດັກແມ່ຍິງເຕີບໃຫຍ່ຂຶ້ນເປັນນັກເຕັ້ນບັນເລ ຂະນະທີ່ເດັກຊາຍໃຫຍ່ຂຶ້ນເປັນວິສະວະກອນ ແລະ ນັກປີນພູ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: matichon.co.th/AFP

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...