spot_img
Homeຂ່າວຕ່າງປະເທດສະພາຫວຽດນາມຮ່າງກົດໝາຍຢຶດໃບຂັບຂີ່ຜູ້ທີ່ດື່ມທາດເຫຼົ້າ

ສະພາຫວຽດນາມຮ່າງກົດໝາຍຢຶດໃບຂັບຂີ່ຜູ້ທີ່ດື່ມທາດເຫຼົ້າ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນ່ຍ ສສ ຫວຽດນາມເມື່ອວັນທີ 16 ມິຖຸນາ 2019 ວ່າ ສະພາແຫ່ງຊາດຫວຽດນາມມີມະຕິຕົກລົງໃນການປະຊຸມເມື່ອວັນສຸກທີ່ຜ່ານມາ ໂດຍລົງມະຕິ 450 ສຽງຈາກ 480 ສຽງ ເຫັນດີຜ່ານຮ່າງກົດ ໝາຍວ່າດ້ວນການປ້ອງກັນ ແລະ ຄວບຄຸມອັນຕະລາຍ ແລະ ຜົນກະທົບທາງລົບຈາກການບໍລິໂພກເຄື່ອງດື່ມແອລກໍຮໍ ຊຶ່ງຫາກວດພົບຜູ້ຂັບຂີ່ພາຫະນະມີປະລິມານແອລກໍຮໍໃນຮ່າງກາຍບໍ່ວ່າຈະມີປະລິມານເທົ່າໃດກໍຕາມໃບຂັບຂີ່ຂອງຜູ້ນັ້ນຈະຖືກຢຶດ ແລະ ລະງັບການນຳໃຊ້ທັນທີ ທັງນີ້ ກົດໝາຍດັ່ງກ່າວຈະມີຜົນບັງຄັບໃຊ້ຢ່າງເປັນທາງການຕັ້ງແຕ່ປີ 2020 ເປັນຕົ້ນໄປ.

ທັງນີ້​ ເມື່ອອາທິດທີ່ຜ່ານມາສະມາຊິກສະພາມີການສະເໜີໃຫ້ພິຈາລະນາຫ້າມຈຳໜ່າຍເຄື່ອງດື່ມແອລກໍຮໍໃນລະຫວ່າງເວລາ 22:00-08:00 ໂມງ ແຕ່ປະຊາົນສ່ວນໃຫຍ່ຄັດຄ້ານເນື່ອງຈາກອາດສົ່ງຜົນກະທົບຕໍ່ອຸດສາຫະກຳການທ່ອງທ່ຽວ ແລະ ການຜະລິດເຄື່ອງດື່ມພາຍໃນປະເທດ ຢ່າງໃດກໍຕາມ ສະພາແຫ່ງຊາດຫວຽດນາມໄດ້ເຫັນດີໃຫ້ເພີ່ມຄວາມເຂັ້ມງວດຕໍ່ບຸກຄົນທີ່ດື່ມ  ແອລກໍຮໍລະຫວ່າງຂັບຂີ່ພາຫະນະເພື່ອຫຼຸດອັດຕາການເກີດອຸບັດ “ເມົາແລ້ວຂັບ”.

ຮຽບຮຽງ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...