spot_img
Homeຂ່າວຕ່າງປະເທດຫວຽດນາມຜະລິດລົດໃຫຍ່ໃຊ້ເອງໃນຊື່ຍີ່ຫໍ້ “ວິນຟາສ”

ຫວຽດນາມຜະລິດລົດໃຫຍ່ໃຊ້ເອງໃນຊື່ຍີ່ຫໍ້ “ວິນຟາສ”

Published on

ລົດໃຫຍ່ຍີ່ຫໍ້ “ວິນຟາສ” ທີ່ຜະລິດໃນ ສສ ຫວຽດນາມຈະເລີ່ມສົ່ງມອບລົດລຸ້ນທຳອິດຂອງບໍລິສັດໃຫ້ກັບລູກຄ້າພາຍໃນວັນທີ 17 ມິຖຸນານີ້ ຂະນະນທີ່ຜູ້ຜະລິດ “ວິນຟາສ” ໄດ້ລະບຸວ່າ ຈະມຸ່ງໄປທີ່ການຂະຫຍາຍຕະຫຼາດພາຍໃນປະເທດເປັນຫຼັກ ເນື່ອງຈາກປັດຈຸ ບັນຕະຫຼາດຫວຽດນາມພວມຢູ່ໃນທ່າກ້າວຂະຫຍາຍຢ່າງໄວວາ ເຫັນໄດ້ຈາກການເພີ່ມຂຶ້ນຂອງຄົນຊົນຊັ້ນກາງທີ່ເຮັດໃຫ້ການຄວາມຕ້ອງການ ແລະ ກຳລັງຊື້ທີ່ສູງຂຶ້ນເລື້ອຍໆ.

“ວິນຟາສ” ເປັນບໍລິສັດພາຍໃນເຄືອວິນກຣຸບ ຊຶ່ງເປັນບໍລິສັດກຸ່ມທຸລະກິດເອກະຊົນທີ່ໃຫຍ່ທີ່ສຸດໃນຫວຽດນາມຂອງມະຫາເສດຖີທີ່ຮັ່ງມີທີ່ສຸດຂອງປະເທດ ທັງຍັງບໍ່ປາກົດຕົວຕໍ່ສື່ມວນຊົນອີກດ້ວຍ ສ່ວນເປົ້າໝາຍໃນການຜະລິດລົດໃຫຍ່ທີ່ປະກອບສິ້ນສ່ວນພາຍ ໃນຫວຽດນາມໝົດຄັນກໍເພື່ອຕອບສະໜອງຄວາມພາກພູມໃຈໃນຄວາມເປັນຫວຽດນາມໂດຍແທ້  ຊຶ່ງລົດໃຫຍ່ຍີ່ຫໍ້ “ວິນຟາສ” ທີ່ກຳລັງຈະນຳອອກມາໃຊ້ຈິງຕາມທ້ອງຖະໜົນມີທັງປະເພດລົດເກ໋ງ ແລະ ລົດເອສຢູວີ ລວມເຖິງລົດສະກູ໊ດເຕີໄຟຟ້າ ແລະ ລົດບັສໄຟຟ້າ.

ຂະນະທີ່ທ່ານນາຍົກລັດຖະມົນຕີຂອງຫວຽດນາມກໍໄດ້ສະແດງຄວາມຄາດຫວັງວ່າ ລົດຍີ່ຫໍ້ “ວິນຟາສ” ຈະກາຍເປັນສິນຄ້າທີ່ຖືກນຳໃຊ້ຢ່າງກວ້າງຂວາງພາຍໃນປະເທດ ຄຽງຂ້າງກັບລົດຍີ່ຫໍ້ດັງຈາກຍີ່ປຸ່ນ ແລະ ເຢຍລະມັນ ເພື່ອສະແດງໃຫ້ໂລກເຫັນວ່າ ຫວຽດນາມສາມາດເຮັດໃນສິ່ງທີ່ຫຼາຍປະເທດທົ່ວໂລກເຮັດໄດ້ເຊັ່ນກັນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ 

ຮູບພາບ: matichon.co.th

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...