spot_img
Homeຂ່າວຕ່າງປະເທດຫຼາຍຮ້ອຍບໍລິສັດໃນອາເມຣິກາຮຽກຮ້ອງໃຫ້ລັດຖະບານຍຸຕິສົງຄາມການຄ້າ

ຫຼາຍຮ້ອຍບໍລິສັດໃນອາເມຣິກາຮຽກຮ້ອງໃຫ້ລັດຖະບານຍຸຕິສົງຄາມການຄ້າ

Published on

ກວ່າ 600 ບໍລິສັດໃນອາເມຣິກາຮ່ວມໃຈສົ່ງຈົດໝາຍເຖິງປະທານາທິບໍລິດີ ໂດນັລ ທຣັມ ຮຽກຮ້ອງໃຫ້ຍຸຕິສົງຄາມການຄ້າກ່ອນຈະເກີດບັນຫາ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທັງຕໍ່ຜູ້ປະກອບການ ແລະ ຜູ້ບໍລິໂພກພາຍໃນປະເທດ ໃນນັ້ນ ມີທັງພາກກະສິກຳ ອຸດສາຫະກຳ ທຸລະກິດຂາຍຍ່ອຍ-ຂາຍສົ່ງ ແລະ ອຸດສາຫະກຳເຕັກໂນໂລຊີທີ່ເຂົ້າຮ່ວມຮຽກຮ້ອງໃນຄັ້ງນີ້.

ຂະນະທີ່ບໍລິສັດວອລມາຣດ ຊຶ່ງເປັນບໍລິສັດຄ້າຍ່ອຍລາຍໃຫຍ່ທີ່ສຸດໃນໂລກໄດ້ລະບຸວ່າ ການທີ່ລັດຖະບານ ທຣັມ ໃຊ້ນະໂຍບາຍປັບຂຶ້ນພາສີສິນຄ້ານຳເຂົ້າຈາກຈີນໄດ້ເຮັດໃຫ້ຜູ້ບໍລິໂພກໃນອາເມຣິກາຊື້ສິນຄ້າທີ່ມີລາຄາແພງຂຶ້ນ ທັງນີ້ ເນື້ອໃນຂອງຈົດໝາຍຂອງກຸ່ມຮຽກຮ້ອງຍັງໄດ້ເຕືອນໃຫ້ປະທານາທິບໍດີວ່າ ການຂຶ້ນພາສີສິນຄ້ານຳເຂົ້າຈາກຈີນ 25% ຄິດເປັນມູນຄ່າ 300.000 ລ້ານໂດລາຈະເຮັດໃຫ້ສູນເສຍຕຳແໜ່ງງານພາຍໃນປະເທດກວ່າ 2 ລ້ານຕຳແໜ່ງ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath.co.th

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...