Homeຂ່າວຕ່າງປະເທດຊັລລາ ຖືກຕັດສິນຕິດຄຸກຕະຫຼອດຊີວິດພ້ອມປັບໄໝ 50 ລ້ານຣູປີ

ຊັລລາ ຖືກຕັດສິນຕິດຄຸກຕະຫຼອດຊີວິດພ້ອມປັບໄໝ 50 ລ້ານຣູປີ

Published on

ທ້າວ ປີຊູ ຄີຊໍຣ ຊັລລາ ນັກທຸລະກິດຊາວອິນເດຍ ຊຶ່ງຖືກສານອິນເດຍຕັດສິນໃຫ້ຕິດຄຸກຕະຫຼອດຊີວິດ ພ້ອມປັບໄໝເງິນ 50 ລ້ານຣູປີ ຂໍ້ຫາເປັນໄພຄຸກຄາມຕໍ່ຄວາມປອດໄພຂອງຜູ້ໂດຍສານ ແລະ ລູກເຮືອເທິງເຮືອບິນ ທັງນີ້ ສານໄດ້ຕັດສິນໃຫ້ນຳເງິນຄ່າປັບມາຈ່າຍເປັນຄ່າຊົດເຊີຍ (ຄ່າຕົກໃຈ) ໃຫ້ນັກບິນຄົນລະ 100.000 ຣູປີ ແລະ ຜູ້ໂດຍສານຄົນລະ 25.000 ຣູປີ.

ເຫດການດັ່ງກ່າວເກີດຂຶ້ນເມື່ອປີ 2017 ເທິງເຮືອບິນຂອງສາຍການບິນ ເຈັດ ແອຣເວ ຊຶ່ງປັດຈຸບັນໄດ້ປິດກິດຈະການໄປແລ້ວ ເມື່ອເຈົ້າໜ້າທີ່ສືບສວນ-ສອບສວນແຫ່ຊາດຂອງອິນເດຍໄດ້ຖະແຫຼງຕໍ່ສານວ່າ ຜູ້ໂດຍສານຄົນໜຶ່ງມີເຈ້ຍທີ່ຂຽນຂໍ້ຄວາມນາບຂູ່ໃນຫ້ອງນ້ຳຊັ້ນບ່ອນນັ່ງສຳລັບນັກທຸລະກິດທີ່ມີເນື້ອໃນວ່າ “ມີຄົນຮ້າຍປຸ້ນຈີ້ເຮືອບິນພ້ອມກັບລະເບີດຢູ່ເທິງສາຍການບິນນີ້” ເຮັດໃຫ້ນັກບິນຕ້ອງນຳເຮືອບິນລົງຈອດແບບສຸກເສີນ.

ຕໍ່ມາພະນັກງານສືບສວນ-ສອບສວນສາມາດຄົ້ນເຫັນເຈ້ຍໃບຂໍ້ຄວາມດັ່ງກ່າວ ຊຶ່ງເປັນຂອງ ທ້າວ ຊັລລາ ພ້ອມຕັ້ງຂໍ້ຫາພະຍາ ຍາມຍຶດການຄວບຄຸມເຮືອບິນ ແລະ ສ້າງເລື່ອງຂີ້ຕົວະ ດັ່ງກ່າວ ຄະດີດັ່ງກ່າວຖືເປັນຄະດີທຳອິດພາຍໃຕ້ກົດໝາຍຕໍ່ຕ້ານການປຸ້ນຈີ້ເຮືອບິນສະບັບໃໝ່ທີ່ມີຜົນບັງຄັບໃຊ້ຕັ້ງແຕ່ປີ 2016 ຊຶ່ງມີຄວາມຮັດກຸມກວ່າກົດໝາຍສະບັບເກົ່າ ແລະ ຂະຫຍາຍຂອບເຂດຂອງການປຸ້ນຈີ້ເຮືອບິນໄປເຖິງການພະຍາຍາມ ແລະ ການນາບຂູ່ເຮືອບິນ ພ້ອມນີ້ ກໍໄດ້ເພີ່ມໂທດປະຫານຊີວິດ ແລະ ໂທດອື່ນໆຂຶ້ນຕື່ມ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod.co.th

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...