spot_img
Homeຂ່າວຕ່າງປະເທດຄູເວດ ແລະ ຊາອຸດິດອາຣັບບີ ປະສົບພາວະອາກາດຮ້ອນທີ່ສຸດໃນໂລກ

ຄູເວດ ແລະ ຊາອຸດິດອາຣັບບີ ປະສົບພາວະອາກາດຮ້ອນທີ່ສຸດໃນໂລກ

Published on

ປະເທດຄູເວດ ແລະ ຊາອຸດິດອາຣັບບີ ກາຍເປັນດິນແດນທີ່ພວມຜະເຊີນກັບສະພາບອາກາດຮ້ອນທີ່ສຸດໃນໂລກຈາກຄື້ນຄວາມຮ້ອນ ຄາດວ່າບາງພື້ນທີ່ໃນຄູເວດອາດມີອຸນຫະພູມສູງເຖິງ 67 ອົງສາພາຍໃນເດືອນກໍລະກົດນີ້.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 13 ມິຖຸນາຜ່ານມາວ່າ ປະເທດຄູເວດພວມຜະເຊີນກັບສະພາບອາກາດທີ່ຮ້ອນທີ່ສຸດໃນໂລກ ຊຶ່ງເມື່ອວັນທີ 8 ມິຖຸນາຜ່ານມາອຸນຫະພູມສະເລ່ຍຢູ່ທີ່ 52,2 ອົງສາ (ໃນຮົ່ມ) ແຕ່ຖ້າຢູ່ກາງແດດອາດສູງເຖິງ 63 ອົງສາ ຂະນະທີ່ວັນດຽວກັນປະເທດຊາອຸດິດອາຣັບບີ (ເມືອງອັລ ມາຈມາ) ມີອຸນຫະພູມສູງເຖິງ 55 ອົງສາ.

ທັງນີ້ ມີລາຍງານພົບຜູ້ເສຍຊີວິດຍ້ອນອາກາດຮ້ອນແລ້ວຢ່າງໜ້ອຍ 1 ລາຍເປັນເພດຊາຍໃນປະເທດຄູເວດ ພ້ອມນີ້ ເວັບໄຊລາຍ ງານກ່ຽວກັບສະພາບອາກາດ Arabia Weather ລະບຸວ່າ ສະຖານະການຄື້ນຄວາມຮ້ອນໃນທັງສອງປະເທດຈະດຳເນີນຕໍ່ໄປ ຂະ ນະທີ່ຄູເວດຈະເຂົ້າສູ່ລະດູຮ້ອນຢ່າງເປັນທາງການໃນວັນທີ 21 ມິຖຸນາທີ່ຈະເຖິງນີ້ ຊຶ່ງນັກອຸຕຸນິຍົມວິທະຍາຄາດວ່າໃນເດືອນກໍລະ ກົດອຸນຫະພູມສູງສຸດໃນປະເທດອາດພຸ່ງສູງເຖິງ 68 ອົງສາ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...