Homeຂ່າວພາຍ​ໃນ5 ເດືອນຕົ້ນປີພາສີແຂວງເຊກອງເກັບລາຍຮັບໄດ້ກວ່າ 1,7 ຕື້ກີບ

5 ເດືອນຕົ້ນປີພາສີແຂວງເຊກອງເກັບລາຍຮັບໄດ້ກວ່າ 1,7 ຕື້ກີບ

Published on

ໃນໄລຍະ 5 ເດືອນຕົ້ນປີການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງກອງກວດກາພາສີປະຈໍາແຂວງເຊກອງປະຕິບັດໄດ້ 1,7 ຕື້ກວ່າກີບ ຂະນະທີ່ຕົວເລກໝົດປີສູງເຖິງ 8 ຕື້ກີບ ດ້ານຫົວໜ້າກອງກວດກາພາສີລະບຸວ່າ ຍັງອີກ 7 ເດືອນທ້າຍປີຕ້ອງເຮັດວຽກໜັກຂຶ້ນເພື່ອສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນການທີ່ວາງໄວ້.

ທ່ານ ຄໍາສຸກ ສາລີວັນນະລາ ຄະນະກອງຄຸ້ມຄອງພາສີ VII ຫົວໜ້າກອງກວດກາພາສີປະຈໍາແຂວງເຊກອງໃຫ້ຮູ້ວ່າ ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໂດຍສະເພາະແມ່ນການເກັບລາຍຮັບເຂົ້າງົບປະມານຂອງກອງກວດກາພາສີປະຈໍາແຂວງເຊກອງໃນໄລຍະຜ່ານມາແມ່ນໄດ້ນໍາເອົາແນວທາງນະໂຍບາຍຂອງພັກ-ລັດ ຂໍ້ກໍານົດກົດໝາຍເປັນບ່ອນອີງ ແລະໄດ້ສຶກສາອົບຮົມທາງດ້ານແນວຄິດການເມືອງໃຫ້ພະນັກງານທຸກຄົນເອົາໃຈໃສ່ເຮັດໜ້າທີ່ຕາມພາລະບົດບາດເພື່ອຕ້ານ ແລະສະກັດກັ້ນການຄ້າ-ຂາຍເຖື່ອນ ການລັກລອບສິນຄ້າໜີພາສີພາຍໃນດ່ານ ແລະນອກດ່ານ ຄຸ້ມຄອງກວດກາສິນຄ້າປາຍທາງເຊັ່ນ ສິນຄ້ານໍາເຂົ້າໃນຮູບແບບການລົງທຶນ ແລະ ສິນຄ້າອື່ນໆ.

ສໍາລັບການເກັບລາຍຮັບເຂົ້າງົບປະມານໃນປີ 2019 ກອງກວດກາພາສີແຂວງເຊກອງໄດ້ຮັບຕົວເລກທັງໝົດ 8 ຕື້ກີບ ທຽບໃສ່ປີ 2018 ເພີ່ມຂຶ້ນເກືອບ 1 ເທົ່າຕົວ ໂດຍຜ່ານການປະຕິບັດໃນ 5 ເດືອນຜ່ານມາບັນລຸໄດ້ພຽງແຕ່ 1,75 ຕື້ກວ່າກີບ ທຽບໃສ່ແຜນປີເທົ່າກັບ 21,98% ໃນນີ້ ກອງກວດກາພາສີແຂວງປະຕິບັດໄດ້ 1,56 ຕື້ກວ່າກີບ ທຽບໃສ່ແຜນເທົ່າກັບ 20,61% ແລະ ດ່ານພາສີທ້ອງຖິ່ນດາກຕະອອກ 192 ລ້ານກວ່າກີບ ຊຶ່ງລາຍຮັບສ່ວນໃຫຍ່ໄດ້ຈາກການແກ້ໄຂລົດບໍ່ຖືກກົດໝາຍ ເຄື່ອງອຸປະໂພກ-ບໍລິໂພກ ເຄື່ອງກໍ່ສ້າງ ແລະອື່ນໆ.

ແນວໃດກໍຕາມ ເພື່ອຮັບປະກັນໃຫ້ແກ່ການຈັດເກັບລາຍຮັບເຂົ້າງົບປະມານບັນລຸຕາມແຜນການທີ່ວາງໄວ້ ໃນ7 ເດືອນຕໍ່ໜ້າ ກອງກວດກາພາສີປະຈໍາແຂວງເຊກອງຈະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງສືບຕໍ່ແກ້ໄຂຄະດີລົດບໍ່ຖືກຕ້ອງທີ່ຍັງຄ້າງ ຄຽງຄູ່ກັນນີ້ກໍຕ້ອງຫັນວຽກງານພາສີເປັນທັນສະໄໝ ໂດຍການນໍາໃຊ້ເຄື່ອງມືໄອທີຕ່າງໆເຂົ້າຊ່ວຍໃນການປະຕິບັດໜ້າທີ່ວຽກງານ ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ການເກັບລາຍຮັບມີຄວາມສະດວກ ວ່ອງໄວ ທັນສະໄໝ ໂປ່ງໃສ ແລະ ສາມາດກວດສອບໄດ້.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...