Homeຂ່າວຕ່າງປະເທດອິນເດຍສັງເວີຍແລ້ວ 53 ລາຍພະຍາດສະໝອງອັກເສບກະທັນຫັນ

ອິນເດຍສັງເວີຍແລ້ວ 53 ລາຍພະຍາດສະໝອງອັກເສບກະທັນຫັນ

Published on

ລາຍງານສະຖານະການ ການແຜ່ລະບາດຂອງພະຍາດໃນລັດພິຫານ ທາງຕາເວັນອອກສຽງເໜືອຂອງປະເທດອິນເດຍ ພາຍຫຼັງພົບເດັກປ່ວຍເປັນພະຍາດສະໝອງອັກເສບກະທັນຫັນ (AES) ໃນນັ້ນ ເສຍຊີວິດແລ້ວຢ່າງໜ້ອຍ 53 ລາຍໃນໄລຍະພຽງແຕ່ 10 ວັນ.

ສ່ວນທາງການທ້ອງຖິ່ນລະບຸວ່າ ຄາດວ່າເດັກນ້ອຍອາດໄດ້ຮັບສານພິດຈາກໝາກລິ້ນຈີ່ ຊຶ່ງເປັນໝາກໄມ້ຍອດນິຍົມຂອງທ້ອງຖິ່ນ ແລະ ມີການປູກຢ່າງກວ້າງຂວາງ ພ້ອມປະກາດເຕືອນໃຫ້ຜູ້ປົກຄອງເຝົ້າລະວັງລູກຫຼານຢ່າງໃກ້ຊິດ ແລະ ຫຼີກເວັ້ນການບໍລິໂພກໝາກລິ້ນຈີ່ໃນໄລຍະນີ້.

ທາງດ້ານ ທ່ານ ໂສກ ກຸມານ ຊຶ່ງເຈົ້າໜ້າທີ່ອາວຸໂສດ້ານສາທາລະນະສຸກປະຈຳລັດພິຫານກໍໄດ້ເປີດເຜີຍວ່າ ພົບເດັກເກືອບ 100 ຄົນໃນເຂດມູຊັຟຟາຣປຸຣະປ່ວຍເປັນພະ ຍາດສະໝອງອັກເສບກະທັນຫັນ ໂດຍຜູ້ປ່ວຍມີລະດັບນ້ຳຕານໃນເລືອດຕ່ຳລົງຢ່າງໄວວາເຖິງຂັ້ນວິກິດ ລວມທັງມີພາວະສະໝອງບວມ ມີອາການຊັກ ໝົດສະຕິ ແລະ ບາງຄົນມີອາການຮຸນແຮງເຖິງຂັ້ນເສຍຊີວິດ ເບື້ອງ ຕົ້ນມີລາຍງານການເສຍຊີວິດຂອງເດັກທີ່ເຈັບປ່ວຍດ້ວຍພະຍາດສະໝອງອັກເສບແລ້ວ 53 ລານ ໃນນັ້ນ ເປັນຜູ້ປ່ວຍຈາກໂຮງໝໍ 2 ແຫ່ງ ແລະ ອີກຫຼາຍກວ່າ 40 ຄົນຍັງປິ່ນປົວຢູ່ທີ່ໂຮງໝໍ.

ທັງນີ້ ເຂດມູຊັຟຟາຣປຸຣະ ແລະ ພື້ນທີ່ໃກ້ຄຽງຜະເຊີນກັບການແຜ່ລະບາດຂອງພະຍາດ ດັ່ງກ່າວໃນຊ່ວງລະດູຮ້ອນຂອງທຸກໆປີນັບແຕ່ປີ 1995 ໂດຍທ້ອງຖິ່ນເອີ້ນພະຍາດນີ້ວ່າ ພະຍາດສຳກິພຸຂາຣ ມີຈຳນວນຜູ້ເສຍຊີວິດຫຼາຍເປັນປະຫວັດການເຖິງ 150 ລາຍເມື່ອປີ 2014.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: www.khaosod.co.th

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...