spot_img
Homeຂ່າວຕ່າງປະເທດເມັກຊິກໂກກຽມຂາຍເຮືອບິນປະທານາທິບໍດີ ສົມທົບແຜນຄວບຄຸມຄົນເຂົ້າເມືອງ

ເມັກຊິກໂກກຽມຂາຍເຮືອບິນປະທານາທິບໍດີ ສົມທົບແຜນຄວບຄຸມຄົນເຂົ້າເມືອງ

Published on

ເມັກຊິກໂກກຽມຂາຍເຮືອບິນປະຈຳຕຳແໜ່ງຂອງປະທານາທິບໍດີນັ້ນກໍຄືລຸ້ນ ໂບອິງ 787 ດຣີມໄລເນີຣ ໂດຍຈະນຳເງິນມະມາສົມທົບທຶນແຜນການຄວບຄຸມຜູ້ອົບພະຍົບຕາມທີ່ໄດ້ຕົກລົງກັບອາເມຣິກາ.

ຂະນະທີ່ ທ່ານ ອັນເດຣສ ມານູເອລ ໂລເປຊ ໂອບຣາດໍຣ ປະທານາທິບໍດີຂອງເມັກຊີໂກໄດ້ໃຫ້ຄຳໝັ້ນສັນຍາວ່າ ກຳໄລທີ່ໄດ້ຈາກການຂາຍເຮືອບິນລຳນີ້ຈະຖືກນຳໄປສົມທົບທຶນໃນແຜນການຄວບຄຸມຜູ້ອົບພະຍົບຜິດກົດໝາຍ ການເຄື່ອນໄຫວຫຼ້າສຸດເກີດຂຶ້ນພາຍ ຫຼັງທີ່ເມັກຊີໂກຍອມເຮັດຂໍ້ຕົກລົງຫຼີກເວັ້ນການຕັ້ງກຳແພງພາສີຂອງອາເມຣິກາເພື່ອແລກກັບການທີ່ເມັກຊິໂກຈະຕ້ອງເພີ່ມຄວາມພະຍາຍາມໃນການສະກັດກັ້ນຜູ້ອົບພະຍົບຊາວອາເມຣິກາກາງບໍ່ໃຫ້ເຂົ້າສູ່ອາເມຣິກາ.

ທັງນີ້ ການຂາຍເຮືອບິນໂບອິງ 787 ດຣີມໄລເນີຣ ເປັນໜຶ່ງໃນສັນຍາທີ່ ທ່ານ ໂລເປຊ ເຄີຍປະກາດໃນວາລະຫາສຽງເມື່ອປີ 2018 ໂດຍທ່ານຈະປ່ຽນໄປຂີ່ເຮືອບິນລຸ້ນໃໝ່ແທນ ທັງນີ້ ຖືເປັນການເຮັດຕາມສັນຍາທີ່ເຄີຍກ່າວໄວ້ພາຍຫຼັງທີ່ໄດ້ເຂົ້າມາດຳລົງຕຳແໜ່ງປະທານາທິບໍດີ.

ເຮືອບິນຂອງປະທານາທິບໍດີກຳລັງຢູ່ລະຫວ່າງການປະກາດຂາຍ ຊຶ່ງຄາດວ່າຈະຂາຍໄດ້ປະມານ 150 ລ້ານໂດລາ ຂະນະທີ່ຊື້ມາໃນລາຄາ 218 ລ້ານໂດລາ ນອກຈາກນີ້ ກໍມີແຜນຈະຂາຍເຮືອບິນອີກ 60 ລຳ ແລະ ເຮລິຄ໋ອບແຕ 70 ລຳທີ່ຢູ່ໃນການຄອບຄອງຂອງລັດຖະບານອີກດ້ວຍ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath.co.th

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...