spot_img
Homeຂ່າວຕ່າງປະເທດສະພາຮົງກົງເລື່ອນອະພິປາຍຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມແດນ

ສະພາຮົງກົງເລື່ອນອະພິປາຍຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມແດນ

Published on

ສະພານິຕິບັນຢັດຂອງຮົງກົງປະກາດເລື່ອນການອະພິປາຍຄັ້ງໃໝ່ກ່ຽວກັບຮ່າງກົດໝາຍເນລະເທດຜູ້ຮ້າຍຂ້າມແດນໂດຍບໍ່ມີກຳນົດ ພາຍຫຼັງຜູ້ປະທ້ວງຈຳນວນຫຼາຍປິດກັ້ນຖະໜົນສາຍຫຼັກເຂົ້າສູ່ສະພາ ແລະ ເລີ່ມມີການຕັ້ງແນວກີດຂວາງເພີ່ມຫຼາຍຂຶ້ນ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ມິຖຸນາວ່າ ສຳນັກງານເລຂາທິການສະພານິຕິບັນຢັດຂອງຮົງກົງ (ເລັກໂຄ) ໄດ້ອອກຖະແຫຼງການເລື່ອນການອະພິປາຍຄັ້ງທີ 2 ກ່ຽວກັບກົດໝາຍວ່າດ້ວຍການສົ່ງຜູ້ຮ້າຍທີ່ກະທຳຄວາມຜິດໃນຄະດີອາຍາ (ລວມທັງຊາວຕ່າງຊາດ) ໃຫ້ຖືກສອບສວນ ແລະ ຮັບໂທດຕາມຂະບວນການຕາມກົດໝາຍຂອງປະເທດ ຫຼື ດິນແດນເຖິງວ່າຈະບໍ່ມີສົນທິ ສັນຍາສົ່ງຜູ້ຮ້າຍຂ້າມແດນຕໍ່ກັນຢ່າງເປັນທາງການ ລວມເຖິງ ສປ ຈີນ ກໍຍັງບໍ່ໄດ້ລະບຸຊັດເຈນວ່າຈະເລື່ອນອອກໄປອີກດົນເທົ່າ ໃດ?.

ຂະນະທີ່ຄວາມເຄື່ອນໄຫວດ່ັງກ່າວຂອງເລັກໂຄຊຶ່ງມີສະມາຊິກ 70 ຄົນ ຊຶ່ງສ່ວນໃຫຍ່ມາຈາກພັກການເມືອງຝ່າຍສະໜັບສະໜູນລັດຖະບານປັກກິ່ງທີ່ເກີດຂຶ້ນທ່າມກາງການຊຸມນຸມປະທ້ວງຄັ້ງໃໝ່ຂອງຝ່າຍຕໍ່ຕ້ານລັດຖະບານທີ່ພ້ອມໃຈກັນແຕ່ງກາຍດ້ວຍເສື້ອຜ້າສີຂາວ ແລະ ສີດຳ ສ່ວນໃຫຍ່ຍັງສວມໜ້າກາກປ້ອງກັນແກ໊ສນ້ຳຕາທີ່ໄດ້ປິດກັ້ນເສັ້ນທາງຈະລາຈອນສາຍຫຼັກສຳລັບເຂົ້າສູ່ສະພາ.

ຂະນະທີ່ສຳນັກງານຕຳຫຼວດຮົງກົງກໍໄດ້ເພີ່ມກຳລັງເຈົ້າໜ້າທີ່ໃນເຄື່ອງແບບເພີ່ມຂຶ້ນ ສ່ວນແກນນຳຂອງກຸ່ມປະທ້ວງທີ່ປະກາດວ່າມີຜູ້ເຂົ້າຮ່ວມກິດຈະກຳເພີ່ມຂຶ້ນຫຼາຍກວ່າ 1 ລ້ານຄົນ ແຕ່ຕາມການປະເມີນຂອງເຈົ້າໜ້າທີ່ແມ່ນຢູ່ທີ່ປະມານ 2 ແສນກວ່າຄົນເທົ່ານັ້ນ.

ທັງນີ້ ຫຼາຍຝ່າຍຍັງຄົງວິຕົກກັງວົນວ່າການຊຸມນຸມຄັ້ງນີ້ຈະຍຸຕິລົງດ້ວຍຄວາມຮຸນແຮງຄືກັບທີ່ຜ່ານມາ ຫຼື ບໍ່? ຂະນະທີ່ພາບລວມຍັງເປັນໄປດ້ວຍຄວາມສະຫງົບສະຫຼັບກັບຄວາມເຄັ່ງຕຶງເປັນບາງຊ່ວງ ທັງນີ້ ກໍມີຕົວແທນນັກສຶກສາ ແລະ ປະຊາຊົນທີ່ເປັນແມ່ຍິງໄດ້ນຳເອົາດອກໄມ້ມາມອບໃຫ້ເຈົ້າໜ້າທີ່ປະຕິບັດໜ້າທີ່ຢູ່ໜ້າສະພາ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday/AFP

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...