spot_img
Homeຂ່າວຕ່າງປະເທດຍີ່ປຸ່ນເຕືອນ! ໃຊ້ກັນຊາ “ຜິດກົດໝາຍ”

ຍີ່ປຸ່ນເຕືອນ! ໃຊ້ກັນຊາ “ຜິດກົດໝາຍ”

Published on

ທາງການຍີ່ປຸ່ນໄດ້ອອກປະກາດເຕືອນເມື່ອວັນທີ 10 ມິຖຸນາຜ່ານມາກ່ຽວກັບການນຳໃຊ້ກັນຊາໃນງານມະຫະກຳກີລາໂອລິມປິກ 2020 ທີ່ນະຄອນໂຕກຽວຖືເປັນເລື່ອງທີ່ຜິດກົດໝາຍ.

ທັງນີ້ ຜູ້ຈັດງານໂອລິມປິກໄດ້ຖະແຫຼງການເຕືອນຫຼາຍປະເທດທີ່ບໍ່ເຂັ້ມງວດກ່ຽວກັບກົດໝາຍການນຳໃຊ້ກັນຊາ ໃຫ້ແຈ້ງພົນລະ ເມືອງ ຫຼື ນັກກີລາທີ່ຈະມາຮ່ວມງານມະຫະກຳກີລາໂອລິມປິກທີ່ຍີ່ປຸ່ນວ່າ ການໃຊ້ກັນຊາເປັນສິ່ງທີ່ຜິດກົດໝາຍໃນປະເທດຍີ່ປຸ່ນ.

ຊຶ່ງມີບົດລົງໂທດຈຳຄຸກສູງເຖິງ 5 ປີສຳລັບຜູ້ເສບ ແລະ ໂທດຈຳຄຸກ 7 ປີສຳລັບຜູ້ທີ່ລັກລອບຄ້າ-ຂາຍ ຂະນະດຽວກັນກັນຊາຍັງຖືກຈັດຢູ່ໃນກຸ່ມຢາໂດ໊ບ (ຢາຊູກຳລັງ) ຂອງສຳນັກງານຕໍ່ຕ້ານການໃຊ້ຢາໂດ໊ບໂລກອີກດ້ວຍ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath.co.th

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...