spot_img
Homeຂ່າວຕ່າງປະເທດຈີນສົ່ງອອກສິນຄ້າເກີນເປົ້າໝາຍ

ຈີນສົ່ງອອກສິນຄ້າເກີນເປົ້າໝາຍ

Published on

ລັດຖະບານ ສປ ຈີນ ເປີດເຜີຍໂຕເລກສົ່ງອອກໃນຊ່ວງເດືອນພຶດສະພາຜ່ານມາ ຊຶ່ງເປັນຊ່ວງທີ່ມີຂໍ້ຂັດແຍ່ງດ້ານສົງຄາມການຄ້າກັບປະເທດມະຫາອຳນາດຂອງໂລກ ແຕ່ປາກົດວ່າພາກສົ່ງອອກຜັດຂະຫຍາຍຕົວເກີນທີ່ຄາດໝາຍເອົາໄວ້ ຊຶ່ງຂະຫຍາຍຕົວ 1,1% ຫຼັງຈາກທີ່ເຄີຍຫຼຸດລົງເຖິງ 2,7% ໃນເດືອນເມສາ ນອກຈາກນີ້ ຍັງສວນທາງກັນການຄາດຄະເນຂອງບັນດານັກວິເຄາະທີ່ເຊື່ອວ່າພາກສົ່ງອອກຂອງຈີນຈະຫຼຸດລົງເຫຼືອ 3,9%.

ບໍ່ພຽງເທົ່ານີ້ ໂຕເລກດຸນການຄ້າຍັງປັບຂຶ້ນມາຢູ່ທີ່ 4,17 ໝື່ນລ້ານໂດລາຈາທີ່ຫຼຸດລົງມາເຫຼືອ 1,38 ໝື່ນລ້ານໂດລາໃນເດືອນເມສາ ແຕ່ທີ່ບໍ່ໜ້າເຊື່ອກໍຄື ຂະນະທີ່ຈີນຖືກຂຶ້ນພາສີສິນຄ້າສົ່ງອອກໄປຍັງອາເມຣິກາ ແຕ່ໂຕເລກດຸນການຄ້າກັບອາເມຣິກາຜັດເພີ່ມຂຶ້ນມາຢູ່ທີ່ 2,69 ໝື່ນລ້ານໂດລາ ຈາກ 2,1 ໝື່ນລ້ານໂດລາໃນເດືອນເມສາ.

ຂະນະດຽວກັນ ເຖິງແມ່ນວ່າການສົ່ງອອກສິນຄ້າຈະມີການຂະຫຍາຍຕົວແຕ່ການນຳເຂົ້າຜັດສວນທາງ ຊຶ່ງສະແດງໃຫ້ເຫັນວ່າຈີນອາດຫັນມາເພິ່ງພາຕົນເອງແລ້ວຫຼຸດການສົ່ງອອກເພື່ອປ້ອງກັນຈຸດອ່ອນໃນລະຫວ່າງທີ່ກຳລັງເກີດຂໍ້ຂັດແຍ່ງກັບປະເທດມະຫາອຳນາດ ສ່ວນນັກວິເຄາະກໍໄດ້ສະແດງຄວາມຄິດເຫັນຕໍ່ກັບກໍລະນີດັ່ງກ່າວວ່າ ຈີນຈະໄດ້ຮັບຜົນກະທົບໃນໄລຍະຍາວຈາກສົງຄາມການຄ້າ ແລະ ຊີ້ວ່າການສົ່ງອອກທີ່ປັບຕົວດີຂຶ້ນເປັນຜົນມາຈາກການອ່ອນຄ່າລົງຂອງເງິນຢວນ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday/AFP

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...