spot_img
Homeຂ່າວຕ່າງປະເທດແອຣນິວຊີແລນຍົກເລີກກົດຫ້າມພະນັກງານມີຮອຍສັກ

ແອຣນິວຊີແລນຍົກເລີກກົດຫ້າມພະນັກງານມີຮອຍສັກ

Published on

ສາຍການບິນແອຣນິວຊີແລນໄດ້ປະກາດຍົກເລີກກົດຄຳສັ່ງທີ່ເຄີຍຫ້າມພະນັກງານມີຮອຍສັກ (ສັກລາຍ) ພາຍຫຼັງທີ່ຖືກວິພາກວິຈານວ່າເປັນນະໂຍບາຍທີ່ເລືອກປະຕິບັດຕໍ່ຊາວເມົາຣີ.

ຄຣິສໂຕເຟີຣ ລັກຊອນ ປະທານເຈົ້າໜ້າທີ່ບໍລິຫານສາຍການບິນແອຣນິວຊີແລນໄດ້ຖະແຫຼງເມື່ອວັນທີ 10 ມິຖຸນາຜ່ານມາວ່າ ນັບຕັ້ງແຕ່ວັນທີ 1 ກັນຍາ 2019 ສາຍການບິນຈະຍົກເລີກກົດຫ້າມພະນັກງານມີຮອຍສັກ ແຕ່ຕ້ອງເປັນຮອຍສັກທີ່ບໍ່ກໍ່ໃຫ້ເກີດ ຄວາມຂັດແຍ່ງ ທັງນີ້ ການປ່ຽນກົດເລື່ອງນີ້ມາຈາກການເຮັດວິໄຈໃນຊ່ວງ 5 ເດືອນທີ່ຜ່ານມາກັບລູກຄ້າ ແລະ ພະນັກງານຂອງສາຍການບິນ ແລະ ຊາວນິວຊີແລນທັງທີ່ຢູ່ພາຍໃນ ແລະ ອາໄສຢູ່ຕ່າງປະເທດ.

ປັດຈຸບນມີການຍອມຮັບເລື່ອງຂອງຮອຍສັກເພີ່ມຂຶ້ນ ໂດຍສະເພາະກັບຮອຍສັກທີ່ເປັນການສະແດງອອກທາງວັດທະນະທຳ ທັງນີ້ ແອຣນິວຊີແລນໄດ້ເປີດເຜີຍຕື່ມວ່າ ຈາກການວິໄຈພົບວ່າ 1 ໃນ 5 ຂອງຜູ້ໃຫຍ່ຊາວນິວຊີແລນມີຮອຍສັກຢ່າງໜ້ອຍ 1 ແຫ່ງໃນຮ່າງກາຍ ແລະ ຫຼາຍກວ່າ 35% ທີ່ອາຍຸຕ່ຳກວ່າ 35 ປີແມ່ນຈະມີຮອຍສັກ.

ຂະນະທີ່ຊາວເມົາຣີທີ່ມີຮອຍສັກເທິງໃບໜ້າ ແລະ ແຂນ ແມ່ນສະແດງໃຫ້ເຫັນເຖິງລຳດັບວົງຕະກູນ ຊຶ່ງຖືເປັນຄວາມສັກສິດທາງວັດທະນະທຳ ຊຶ່ງຜູ້ຊາຍຈະສັກທົ່ວໜ້າ ຂະນະທີ່ແມ່ຍິງຈະສັກຢູ່ບໍລິເວນຄາງ ແຕ່ວ່າກົດເຄື່ອງແຕ່ງກາຍຂອງສາຍການບິນແຫ່ງນີ້ແມ່ນຫ້າມໃຫ້ພະນັກງານມີຮອຍສັກບໍລິເວນຮ່າງກາຍທີ່ສາມາດເບິ່ງເຫັນໄດ້ ໂດຍສະເພາະພະນັກງານຕ້ອນຮັບເທິງເຮືອບິນ ຊຶ່ງຖືກວິພາກວິຈານວ່າເປັນການເລືອກປະຕິບັດກັບເມົາຣີ ທັງທີ່ສາຍການບິນດັ່ງກ່າວນຳພາສີເມົາຣີມາໃຊ້ທຳການຕະຫຼາດ ແລະ ນຳຮູບຄ້າຍໃບເຟີຣນ ຫຼື ໂຄຣູ ຊຶ່ງເປັນສັນຍະລັກຂອງຊາວເມົາຣີມາໃຊ້ເປັນໂລໂກຂອງສາຍການບິນ ແລະ ຫາງຂອງເຮືອບິນ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thaipost/AFP

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...