Homeຂ່າວພາຍ​ໃນງານຕະຫຼາດນັດແຮງງານ 2019 ຈະສ້າງວຽກເພີ່ມຫຼາຍພັນຕຳແໜ່ງ

ງານຕະຫຼາດນັດແຮງງານ 2019 ຈະສ້າງວຽກເພີ່ມຫຼາຍພັນຕຳແໜ່ງ

Published on

ຖະແຫຼງຂ່າວຢ່າງເປັນທາງການສຳລັບງານຕະຫຼາດນັດແຮງງານປະຈຳປີ 2019 ຊຶ່ງຈັດຂຶ້ນເມື່ອວັນທີ 7 ມິຖຸນາຜ່ານມາທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ ລະຫວ່າງພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ຮ່ວມກັບບໍລິສັດລາວເວີນ ມະຫາຊົນ.

ໂດຍການເປັນປະທານຂອງ ທ່ານ ນາງ ລຳພອນ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນ ຫຼວງວຽງຈັນ ແລະ ທ່ານ ສີບຸນທຳ ສີບຸນມີ ຜູ້ອຳນວຍການບໍລິສັດ ລາວເວີນ ມະຫາຊົນ ໃຫ້ກຽດເຂົ້າຮ່ວມຂອງບັນດາເຈົ້າເມືອງທັງ 9 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງ.

ໂອກາດດັ່ງກ່າວ ທ່ານ ນາງ ລຳພອນ ໄດ້ກ່າວວ່າ ງານຕະຫຼາດນັດແຮງງານໃນປີນີ້ຈະເນັ້ນການສ້າງເງື່ອນໄຂໃຫ້ບັນດາຜູ້ປະກອບການ ແລະ ຜູ້ທີ່ພວມຊອກວຽກເຮັດງານທຳ ໄດ້ມາພົບປະ ແລະ ຮ່ວມຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍ ລວມທັງການສົ່ງເສີມວຽກງານພັດທະນາດ້ານສີມືແຮງງານ ລວມເຖິງການຈັດຫາງານເພື່ອຕອບສະໜອງສີມືແຮງງານ ບໍ່ວ່າຈະເປັນທາງດ້ານປະລິມານ ແລະ ຄຸນນະພາບໃຫ້ທຽບເທົ່າລະດັບພາກພື້ນ ແລະ ສາກົນ.

ໂດຍຈຸດປະສົງຂອງການຈັດງານກໍເພື່ອສ້າງໂອກາດ ແລະ ອຳນວຍຄວາມສະດວກໃຫ້ຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານໄດ້ມີພື້ນທີ່ພົບປະແລກປ່ຽນ ທັງເປັນການໂຄສະນາຂໍ້ມູນ-ຂ່າວສານຕະຫຼາດແຮງງານເພື່ອຫຼຸດຜ່ອນອັດ  ຕາການວ່າງງານ ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປຕ່າງປະເທດແບບບໍ່ຖືກກົດໝາຍ ພ້ອມນີ້ ກໍຖືເປັນການສົ່ງເສີມ ແລະ ສ້າງວຽກເຮັດງານທຳໃຫ້ຄົນພາຍໃນປະເທດອີກດ້ວຍ ຊຶ່ງຄາດວ່າງານໃນປີ 2019 ຈະສາມາດສ້າງວຽກເຮັດງານທຳໄດ້ຫຼາຍກວ່າ 2.000 ຕຳແໜ່ງໃນຫຼາຍສາຂາອາຊີບ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...