spot_img
Homeຂ່າວຕ່າງປະເທດດີໄຊເນີ ແລະ ນາງແບບຊາວຫວຽດນາມຈະຖືກລົງໂທດຖານອານາຈານທີ່ເມືອງຄານ

ດີໄຊເນີ ແລະ ນາງແບບຊາວຫວຽດນາມຈະຖືກລົງໂທດຖານອານາຈານທີ່ເມືອງຄານ

Published on

ສຳນັກຂ່າວຊື່ດັງໃນອັງກິດໄດ້ເປີດເຜີຍວ່າ ກະຊວງວັດທະນະທຳຂອງຫວຽດນາມຈະລົງ ໂທດນາງແບບສາວ ຫງ໋ອກ ຊິງ (Ngoc Trinh) ດີໄຊເນີ ແລະ ນາງແບບສາວທີ່ແຕ່ງຊຸດໂປ້ເກີນໄປໃນງານຍ່າງພົມແດງທີ່ເທສະການຮູບເງົາເມືອງຄານ ປະເທດຝຣັ່ງເມື່ອເດືອນພຶດສະພາຜ່ານມາ.

ໂດຍຊຸດທີ່ດີໄຊເນີໄດ້ອອກແບບໃຫ້ນາງແບບສວມໃສ່ເປັນຊຸດຊີທຣູສີດຳທີ່ສາມາດເບິ່ງເຫັນທຸກສັດສ່ວນຂອງຮ່າງກາຍ ເວົ້າໄດ້ວ່າເປັນຊຸດທີ່ໂປ້ເກີນງາມ ທັງນີ້ ທ່ານ ຫງຽນ ງ໋ອກ ທຽນ ລັດຖະມົນຕີວ່າການກະຊວງວັດທະນະທຳ ກີລາ ແລະ ການທ່ອງທ່ຽວຂອງຫວຽດນາມໄດກ່າວວ່າ ຊຸດຂອງນາງແບບທີ່ສວມໃສ່ຖືວ່າບໍ່ເໝາະສົມ ຊຶ່ງສົ່ງຜົນໃຫ້ຊາວຫວຽດນາມບໍ່ພໍໃຈ ແລະ ໄດ້ສັ່ງໃຫ້ສອບສວນກໍລະນີດັ່ງກ່າວວ່າ ການກະທຳຂອງດີໄຊເນີ ຄົນນີ້ລະເມີດກົດໝາຍອານາຈານ ຫຼື ບໍ່? ເຖິງແມ່ນວ່າຈະສວມໃສ່ຢູ່ນອກປະເທດກໍຕາມ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Valery HACHE/AFP

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...