Homeຂ່າວຕ່າງປະເທດອູດິນາ ດັບ (ແຕ່ບໍ່ສະໜິດ) ພູໄຟໃນຕຳນານພວມຈະກັບມາທຳລາຍລ້າງ

ອູດິນາ ດັບ (ແຕ່ບໍ່ສະໜິດ) ພູໄຟໃນຕຳນານພວມຈະກັບມາທຳລາຍລ້າງ

Published on

ສຳນັກຂ່າວຊື່ດັງຂອງຣັດເຊຍລາຍງານເມື່ອບໍ່ດົນມານີ້ວ່າ ພູໄຟອູດິນາ (Udina) ໃນຄາບມະຫາສະໝຸດຄຳຊັຕກາ ໃນພູມີພາກຕາເວັນອອກຂອງຣັດເຊຍ ໜຶ່ງໃນພື້ນທີ່ມໍລະດົກໂລກຂອງອຸຍເນສໂກທີ່ເຄີຍຄິດວ່າເປັນພູໄຟທີ່ດັບມອດໄປແລ້ວ ຫຼ້າສຸດ ໄດ້ສະແດງສັນຍານຂອງຄວາມເຄື່ອນໄຫວ ແລະ ເຮັດໃຫ້ນັກວິທະຍາສາດຕ້ອງປັບສະຖານະຈາກເດີມທີ່ເອີ້ນວ່າດັບມອດໄປແລ້ວ (Extinct) ມາເປັນພູໄຟທີ່ຍັງປະທຸ (Active).

ທັງນີ້ ນັກວິທະຍາສາດຍັງເຕືອນວ່າ ຖ້າຫາກພູໄຟອູດິນາປະທຸ ຫຼື ລະເບີດອາດສ້າງຄວາມເສຍຫາຍໃນລະດັບເທົ່າກັບມະຫັນຕະໄພຈາກພູໄຟວິຊູເວຍທີ່ທຳລາຍລ້າງເມືອງປອມເປອີໃນສະໄໝໂຣມັນ ຂະນະທີ່ ອິວານ ຄູລາຄອຟ ຫົວໜ້າຫ້ອງທົດລອງເອັກເຣຄອມພິວເຕີກວດສອບສະພາບແຜ່ນດິນໄຫວແຫ່ງຣັດເຊຍໄດ້ລະບຸກ່ຽວກັບຄວາມສ່ຽງທີ່ພູໄຟອູດິນາມີໂອກາດທີ່ຈະປະທຸເປັນຄັ້ງທຳອິດຊຶ່ງນັ້ນອາດໝາຍເຖິງຫາຍະນະໄພທີ່ມີຄວາມຮຸນແຮງ.

ພູໄຟອູດິນາປະກອບດ້ວຍຍອດພູ 2 ຍອດຄື Bolshaya Udina ສູງ 2.920 ແມັດ ແລະ Malaya Udina ທີ່ມີຄວາມສູງ 1.945 ແມັດ ຊຶ່ງເປັນສ່ວນໜຶ່ງຂອງມໍລະດົກໂລກດ້ານພູໄຟແຫ່ງຄຳຊັຕກາ (Volcanoes of Kamchatka) ທີ່ໄດ້ຮັບການຮັບຮອງໂດຍອຸຍເນສໂກວ່າເປັນພູໄຟທີ່ມີຄວາມງົດງາມ ແລະ ໜ້າຫຼົງໄຫຼທີ່ສຸດໃນໂລກ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Nasa

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...