spot_img
Homeຂ່າວຕ່າງປະເທດຜູ້ນຳຈີນມອບແພນດ້າສານສຳພັນ 70 ປີໃຫ້ຣັດເຊຍ

ຜູ້ນຳຈີນມອບແພນດ້າສານສຳພັນ 70 ປີໃຫ້ຣັດເຊຍ

Published on

ປະທານາທິບໍດີ ສີຈິ້ງ ຜິງ ແຫ່ງ ສປ ຈີນ ຊຶ່ງຢູ່ລະຫວ່າງເດີນທາງຢ້ຽມຢາມຣັດເຊຍຢ່າງ ເປັນທາງການ ເນື່ອງໃນໂອກາດຄົບຮອບ 70 ປີຄວາມສຳພັນຂອງທັງສອງປະເທດ ຂະນະທີ່ປະທານາທິບໍດີຂອງຣັດເຊຍກໍໄດ້ກ່າວຕ້ອນຮັບຜູ້ນຳຈີນໂດຍມີເນື້ອໃນວ່າ ຈີນນັບເປັນມິດແທ້ທີ່ສຸດຂອງຣັດເຊຍ ທັງນີ້ ຖືເປັນສັນຍານຄວາມໄວ້ວາງໃຈ ແລະ ຄວາມຮ່ວມມືທີ່ແໜ້ນແຟ້ນຂອງທັງສອງປະເທດ ໂດຍໃນໄລຍະ 6 ປີທີ່ຜ່ານມາທັງສອງປະເທດໄດ້ມີໂອກາດພົບປະກັນຫຼາຍກວ່າ 30 ຄັ້ງ.

ໂອກາດດັ່ງກ່າວຜູ້ນຳ ສປ ຈີນ ໄດ້ເປີດໂຕແພນດ້າສອງໂຕທີ່ມີຊື່ວ່າ Ru Yi ແລະ Ding Ding ຊຶ່ງເປັນແພນດ້າທີ່ທາງການຈີນໄດ້ມອບໃຫ້ເປັນຂອງທີ່ລະນຶກແກ່ສວນສັດໃນນະຄອນຫຼວງມົສກູເປັນເວລາ 15 ປີພາຍໃຕ້ໂຄງການຄວາມຮ່ວມມືວິໄຈແພນດ້າລະຫວ່າງສອງຊາດ.

ຂະນະທີ່ຜູ້ນຳຣັດເຊຍໄດ້ກ່າວວ່າ ນັບເປັນການສະແດງຄວາມເຄົາລົບ ແລະ ການໄວ້ເນື້ອເຊື່ອໃຈທີ່ພິເສດຂອງສອງຊາດ ໂດຍຣັດເຊຍຂໍຮັບຂອງຂວັນນີ້ດ້ວຍຄວາມເຄົາລົບ ແລະ ຂອບໃຈຢ່າງສູງ ນອກຈາກນີ້ ທັງສອງຜູ້ນຳຍັງໃຫ້ຄຳໝັ້ນວ່າຈະສານສຳພັນດ້ານການທະຫານ ແລະ ການຄ້າໃຫ້ສະໜິດແໜ້ນຍິ່ງໆຂຶ້ນພາຍໃຕ້ການລົງນາມຂໍ້ຕົກລົງຂອງທັງສອງລັດຖະບານ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...