Homeຂ່າວຕ່າງປະເທດອົດສະຕຣາລີຈັບຢາເສບຕິດໄດ້ກວ່າ 1 ໂຕນ

ອົດສະຕຣາລີຈັບຢາເສບຕິດໄດ້ກວ່າ 1 ໂຕນ

Published on

ເຈົ້າໜ້າທີ່ຕຳຫຼວດອົດສະຕຣາລີຢຶດຢາເສບຕິດປະເພດຢາໄອຊ ນ້ຳໜັກກວ່າ 1 ໂຕນ ມູນຄ່າ 840 ລ້ານໂດລາທີ່ເຊື່ອງຢູ່ໃນຕູ້ລຳໂພງຊຶ່ງຖືກສົ່ງມາທາງເຮືອຈາກປະເທດໄທ.

ທ່ານ ເຄຣັກ ພັລເມີຣ ຜູ້ບັນຊາການຕຳຫຼວດຊາຍແດນຂອງອົດສະຕຣາລີເປີດເຜີຍເມື່ອວັນທີ 7 ມິຖຸນາຜ່ານມາວ່າ ສາມາດຢຶດຢາເສບຕິດປະເພດຢາໄອຊນ້ຳໜັກ 1,6 ໂຕນ ແລະ ເຮໂຣອິນອີກ 37 ກີໂລກຣາມໃນພັດສະດຸທີ່ຖືກຊຸກເຊື່ອງມາໃນຕູ້ລຳໂພງ (ທາງເຮືອ) ເທົ່າກັບ 10% ຂອງຢາເສບຕິດທັງໝົດທີ່ຕຳຫຼວດຊາຍແດນອົດສະຕຣາລີເຄີຍຢຶດໄດ້ໃນຊ່ວງປີຜ່ານມາ ໂດຍມີຕົ້ນທາງຈາກປະເທດໄທສົ່ງມາຍັງນະຄອນເມລເບິຣນຂອງອົດສະຕຣາລີ ທັງນີ້ ຖືເປັນການຢຶດຢາເສບຕິດຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາໃນອົດສະຕຣາລີ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...