Homeຂ່າວຕ່າງປະເທດຝຣັ່ງກຽມອອກກົດໝາຍບັງຄັບແບຣນຫຼູຊື່ດັງ

ຝຣັ່ງກຽມອອກກົດໝາຍບັງຄັບແບຣນຫຼູຊື່ດັງ

Published on

ລັດຖະບານຝຣັ່ງກຽມອອກກົດໝາຍຫ້າມຜູ້ຜະລິດທຳລາຍສິນຄ້າທີ່ຂາຍບໍ່ອອກ ຫຼື ຖືກສົ່ງຄືນ ຊຶ່ງອາດກະທົບກັບຫຼາຍແບຣນຊື່ດັງ ລວມເຖິງຜູ້ຄ້າທາງອອນລາຍ ໂດຍສະເພາະອາເມຊອນ.

ໂດຍມາດຕະການທີ່ລັດຖະບານຝຣັ່ງປະກາດວ່າຈະບັງຄັບໃຊ້ນີ້ແມ່ນສອດຄ່ອງກັບກະແສຄວາມນິຍົມທີ່ເພີ່ມຂຶ້ນຂອງພັກການເມືອງອະນຸຮັກນິຍົມໃນການເລືອກຕັ້ງຂອງເອີຣົບເມື່ອ ເດືອນພຶດສະພາຜ່ານມາ.

ທັງນີ້ ທ່ານ ເອດົວ ຟີລິບ ນາຍົກລັດຖະມົນຕີແຫ່ງຝຣັ່ງໄດ້ເປີດເຜີຍວ່າ ຄຳສັ່ງຫ້າມທຳລາຍສິນຄ້າທີ່ບໍ່ແມ່ນອາຫານເຊັ່ນ ເສື້ອຜ້າ ເຄື່ອງໄຟຟ້າ ຜະລິດຕະພັນສຸຂະອະນາໄມ ແລະ ເຄື່ອງສຳອາງ ຊຶ່ງຈະເລີ່ມມີຜົນບັງຄັບໃຊ້ໃນອີກ 4 ປີຂ້າງໜ້າ.

ຂໍ້ມູນຈາກສຳນັກງານລັດຖະມົນຕີຂອງຝຣັ່ງໄດ້ເປີດເຜີຍວ່າ ແຕ່ລະປີຈະມີສິນຄ້າອຸປະໂພກ-ບໍລິໂພກທີ່ເປັນຂອງໃໝ່ຖືກຖິ້ມ ຫຼື ທຳລາຍຖິ້ມເປັນມູນຄ່າຫຼາຍກວ່າ 650 ລ້ານເອີໂຣ ຊຶ່ງຫຼາຍກວ່າຜະລິດຕະພັນຊະນິດດຽວກັນທີ່ຖືກນຳໄປບໍລິຈາກເຖິງ 5 ເທົ່າ ຊຶ່ງກົດໝາຍສະບັບນີ້ຊຶ່ງເປັນສ່ວນໜຶ່ງຂອງຮ່າງກົດໝາຍເສດຖະກິດທີ່ຈະສົ່ງເຂົ້າຄະນະລັດຖະມົນຕີໃນເດືອນກໍລະກົດນີ້ ໂດຍຈະບັງຄັບໃຫ້ຜູ້ຜະລິດ ແລະ ຜູ້ຈຳໜ່າຍສົ່ງມອບຜະລິດຕະພັນເຫຼົ່ານີ້ ເພື່ອນຳກັບມາໃຊ້ຄືນອີກ ຫຼື ຣີໄຊເຄິລຄືນໃໝ່.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...