spot_img
Homeຂ່າວຕ່າງປະເທດWHO ລະບຸ ພະຍາດຜູ້ປ່ວຍເພດສຳພັນມີທ່າອຽງລະບາດເພີ່ມຂຶ້ນ

WHO ລະບຸ ພະຍາດຜູ້ປ່ວຍເພດສຳພັນມີທ່າອຽງລະບາດເພີ່ມຂຶ້ນ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ມິຖຸນາຜ່ານມາວ່າ ອົງການອະນາໄມໂລກ ຫຼື WHO ອອກມາເຕືອນເຖິງຄວາມບໍ່ປະສົບຜົນສຳເລັດໃນການຄວບຄຸມການແຜ່ລະບາດຂອງພະຍາດຕິດຕໍ່ທາງເພດສຳພັນໃນທົ່ວໂລກຊຶ່ງສົ່ງຜົນໃຫ້ມີຜູ້ຕິດເຊື້ອພະຍາດທາງເພດສຳພັນທີ່ສາມາດປິ່ນປົວໄດ້ (STD) ຫຼື ການຕິດເຊື້ອພະຍາດທາງເພດສຳພັນ (STI) ລາຍໃໝ່ເກີດຂຶ້ນໃນແຕ່ລະວັນເຖິງ 1 ລ້ານຄົນ ຂະນະທີ່ WHO ພົບວ່າ ເມື່ອປີ 2016 ມີຜູ້ຕິດເຊື້ອລາຍໃໝ່ ໂດຍສະເພາະພະຍາດຄລາໄມເດຍ (ໜອງໄນທຽມ) ພະຍາດໜອງໄນ ພະຍາດເຊື້ອທຣິໂຄໂມແນສ ແລະ ພະຍາດຊິຟິລິສ ຊຶ່ງທົ່ວໂລກມີຈຳນວນຜູ້ຕິດເຊື້ອຫຼາຍກວ່າ 376 ລ້ານຄົນ.

ຂະນະທີ່ລາຍງານສະລັບຫຼ້າສຸດຂອງ WHO ລະບຸວ່າ ເມື່ອປີ 2016 ຊຶ່ງເປັນປີທີ່ມີການເກັບກຳ ແລະ ລວບລວມຂໍ້ມູນພົບວ່າ ມີປະຊາກອນປະມານ 127 ລ້ານຄົນທົ່ວໂລກ (ອາຍຸລະຫວ່າງ 15-49 ປີ) ຕິດເຊື້ອພະຍາດຄລາໄມເດຍ 87 ລ້ານຄົນຕິດເຊື້ອພະຍາດໜອງໄນ 6,3 ລ້ານຄົນຕິດເຊື້ອພະຍາດຊິຟິລິສ ແລະ ມີຄົນຕິດເຊື້ອພະຍາດທຣິໂຄໂມແນສຊຶ່ງເປັນພະຍາດຕິດຕໍ່ທາງເພດສຳພັນປະມານ 156 ລ້ານຄົນ.

ໂດຍສະເລ່ຍແລ້ວປະມານ 1 ໃນ 15 ຄົນຂອງປະຊາກອນໂລກມີການຕິດເຊື້ອ (STI) ຢ່າງໜ້ອຍ 1 ຊະນິດ ພ້ອມນີ້ WHO ກໍໄດ້ລະບຸອີກວ່າ ການຕິດເຊື້ອ (STI) ໃນໄລຍະທຳອິດຈະບໍ່ສະແດງອາການອອກມາ ຈຶ່ງເຮັດໃຫ້ຜູ້ປ່ວຍບໍ່ຮູ້ຕົວວ່າຕົນເອງຕິດເຊື້ອ ແລະ ຈຳເປັນຕ້ອງປິ່ນປົວ ຊຶ່ງສົ່ງຜົນໃຫ້ພະຍາດຕິດຕໍ່ທາງເພດສຳພັນເຫຼົ່ານີ້ແຜ່ກະຈາຍຕໍ່ໄປ.

ທັງນີ້ WHO ໄດ້ລະບຸວ່າ ພະຍາດຊິຟີລິສພຽງຢ່າງດຽວສົ່ງຜົນໃຫ້ເດັກອ່ອນຕາຍໃນທ້ອງແມ່ ແລະ ຕາຍນັບແຕ່ມື້ເກີດເມື່ອປີ 2016 ມີຈຳນວນເຖິງ 200.000 ລາຍ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: matichon

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...