spot_img
Homeຂ່າວຕ່າງປະເທດຕິດຄຸກ 18 ປີຄະດີເຈົ້າຊາຍກຳມະລໍ

ຕິດຄຸກ 18 ປີຄະດີເຈົ້າຊາຍກຳມະລໍ

Published on

ຊາຍຊາວອາເມຣິກາໄດ້ປອມຕົວເປັນເຈົ້າຊາຍເຊື້ອພຣະວົງຊາອຸດິດອາຣະບີ ດ້ວຍຈຸດປະສົງຫຼອກລວງ ຕົວະຍົວະຊາວບ້ານດົນກວ່າ 30 ປີ ຊຶ່ງສາມາດສ້າງລາຍໄດ້ເຂົ້າກະເປົ໋າຢ່າງໜ້ອຍ 8 ລ້ານໂດລາ ແຕ່ກໍໜີບໍ່ມົ້ມໂລກແຫ່ງຄວາມເປັນຈິງເມື່ອຄວາມຈິງປາກົດຈຶ່ງຖືກສານຕັດສິນໃຫ້ຕິດຄຸກເປັນເວລາ 18 ປີໂທດຖານສໍ້ໂກງ.

ລາຍງານຂ່າວຕ່າງປະເທດໄດ້ລາຍງານເມື່ອບໍ່ດົນມານີ້ວ່າ ທ້າວ ແອນໂທນີ ເອັນຣິເກ ຈີແນັກ ອາຍຸ 48 ປີ ໄດ້ສ້າງສະຖານະການສຸດຫຼູລວງໂລກ ໂດຍໄດ້ປອມຕົວເປັນເຈົ້າຊາຍ ຄາຫຼິດ ບິນ ອັລ-ຊາອຸດ ແຫ່ງຣາຊະວົງຊາອຸດິດອາຣະບີ ຊຶ່ງທ້າວໄດ້ລົງທຶນເຊົ່າຄອນໂດສຸດຫຼູເທິງເກາະຟິຊເຊີຣ ໃນນະຄອນໄມອາມີ ລວມທັງຂັບລົດເຟີຣາຣີຕິດປ້າຍທະບຽນການທູດ (ປອມ) ພ້ອມດ້ວຍທີມບໍດີກາດຖືເອກະສານການທູດ (ປອມ).

ພຶດຕິກຳຂອງ ຈີແນັກ ແມ່ນຈະຫຼອກລວງນັກທຸລະກິດທີ່ຕ້ອງການລົງທຶນ ຫຼື ໄດ້ສຳປະທານໃນໂຄງການຂອງລັດຖະບານຊາອຸດິດອາຣະບີໃຫ້ໂອນເງິນເຂົ້າບັນຊີເງິນຝາກ ດ້ວຍຄຳເວົ້າຂີ້ໂມ້ໂອ້ອວດຊວນໃຫ້ຫຼົງເຊື່ອວ່າມີເຄືອຂ່າຍທຸລະກິດທົ່ວໂລກ ແລະ ມີເງິນ ຝາກໃນບັນຊີທະນາຄານປະມານ 600 ລ້ານໂດລາ ພ້ອມນີ້ ປະຕູຫ້ອງພັກກໍຕິດປ້າຍຄຳວ່າ “ສຸລະຕານ” ເພື່ອເພີ່ມຄວາມໜ້າເຊື່ອຖື.

ຂະນະທີ່ເຈົ້າຊາຍກຳມະລໍຖືກເຈົ້າໜ້າທີ່ຕຳຫຼວດກັກຕົວເມື່ອເດືອນພະຈິກ 2017 ທີ່ສະໜາມບິນແຫ່ງໜຶ່ງໃນນະຄອນນິວຢອກ ຫຼັງຈາກຫຼອກລວງກຸ່ມນັກລົງທຶນກະເປົ໋າໜັກເຖິງ 26 ຄົນ ລວມເປັນເງິນຫຼາຍລ້ານໂດລາ ດັ່ງນັ້ນ ຜູ້ພິພາກສາຂອງເມືອງໄມອາມີ ຈິ່ງມີຄຳພິພາກສາໃຫ້ລົງໂທດ ທ້າວ ຈີແນັກ ໃຫ້ຕິດຄຸກເປັນເວລາ 18 ປີ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: Miami Herald/ Miami Police

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...