spot_img
Homeຂ່າວຕ່າງປະເທດUber ເປີດບໍລິການ Uber Air ເຮລິຄ໋ອບແຕໂດຍສານ

Uber ເປີດບໍລິການ Uber Air ເຮລິຄ໋ອບແຕໂດຍສານ

Published on

ບໍລິສັດອູເບີ (Uber) ຊຶ່ງເປັນບໍລິສັດຜູ້ໃຫ້ບໍລິການ Ridesharing ລາຍໃຫຍ່ໄດ້ອອກມາລະບຸເມື່ອວັນທີ 6 ມິຖຸນາຜ່ານມາວ່າ ຈະເປີດໃຫ້ບໍລິການເຮລິຄ໋ອບແຕໂດຍສານຊຶ່ງເປັນບໍລິການເດີນທາງເທິງອາກາດລະຫວ່າງສະໜາມບິນເຈເອຟເຄ (JFK) ໃນນະຄອນນິວຢອກໄປຍັງເມືອງແມນຮັຕຕັນຂອງສະຫະລັດອາເມຣິກາ.

ຖ້ຽວບິນດັ່ງກ່າວຈະໃຊ້ເວລາປະມານ 8 ນາທີ ໂດຍຈະເລີ່ມຕົ້ນຖ້ຽວທຳອິດໃນວັນທີ 9 ມິຖຸນາ ຂະນະທີ່ຄ່າບໍລິການຢູ່ທີ່ປະມານ 200-250 ໂດລາ ທັງນີ້ ກະແສຂ່າວດັ່ງກ່າວເປັນການຢືນຢັນຄວາມກະຕືລືລົ້ນຂອງ Uber ທີ່ຕ້ອງການໃຫ້ບໍລິການໃນດ້ານການບໍລິການຂົນສົ່ງອື່ນໆນອກຈາກການບໍລິການຕາມທ້ອງຖະໜົນ ຊຶ່ງໃນຄວາມພະຍາຍາມເພື່ອຫາຄວາມຮ່ວມມືກັບ “aerial ridesharing” ຊຶ່ງມີຄວາມແຕກຕ່າງຈາກບໍລິການເຮລິຄ໋ອບແຕອື່ນໆ ຊຶ່ງກ່ອນໜ້ານີ້ Uber ກໍເຄີຍປະກາດແຜນການຂົນສົ່ງທາງອາກາດພາຍໃນປີ 2023 ລະຫວ່າງເຂດນອກເມືອງ ແລະ ຕົວເມືອງ ລວມເຖິງບໍລິການລະຫວ່າງເມືອງໃນອາເມຣິກາລວມເຖິງເປີດໃຫ້ບໍລິການໃນຕ່າງປະເທດ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AFP

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...