Homeຂ່າວຕ່າງປະເທດເທເຣຊາ ເມ ອຳລາຕຳແໜ່ງຫົວໜ້າພັກອະນຸຮັກນິຍົມ

ເທເຣຊາ ເມ ອຳລາຕຳແໜ່ງຫົວໜ້າພັກອະນຸຮັກນິຍົມ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 7 ມິຖຸນາຜ່ານມາວ່າ ທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດປະກາດອຳລາຕຳແໜ່ງຫົວໜ້າພັກອະນຸຮັກນິຍົມຢ່າງເປັນທາງການ ໂດຍເປັນໄປຕາມທີ່ທ່ານເຄີຍປະກາດໄວ້ກ່ອນໜ້ານີ້ ຂະນະທີ່ທາງພັກໄດ້ເລີ່ມຂະບວນການຄັດເລືອກຜູ້ທີ່ຈະຂຶ້ນມາດຳລົງຕຳແໜ່ງຫົວໜ້າພັກຄົນໃໝ່ແທນ ໂດຍມີຜູ້ເຂົ້າຊີງຕຳແໜ່ງທັງໝົດ 11 ທ່ານ.

ທັງນີ້ ທ່ານ ນາງ ເທເຣຊາ ເມ ກໍຍັງຄົງດຳລົງຕຳແໜ່ງນາຍົກລັດຖະມົນຕີຕໍ່ໄປຈົນກວ່າຈະໄດ້ຫົວໜ້າພັກອະນຸຮັກນິຍົມຄົນໃໝ່ ແລະ ຈະຂຶ້ນມາເປັນຜູ້ນຳອັງກິດຄົນໃໝ່ຊຶ່ງຄາດວ່າປະມານທ້າຍເດືອນກໍລະນີທີ່ຈະເຖິງນີ້ ໂດຍກຳນົດການອອກຈາກສະຫະພາບເອີຣົບຂອງອັງກິດຍັງຄົງເປັນວັນທີ 31 ຕຸລາ 2019 ນີ້ ຂະນະທີ່ຜູ້ນຳຄົນໃໝ່ທີ່ຈະຂຶ້ນມາດຳລົງຕຳແໜ່ງຈະຕ້ອງຕັດສິນໃຈວ່າຈະຍັງເດີນໜ້າຂະບວນການເບຣັກຊິດຕໍ່ໄປ ຫຼື ບໍ່? ຫຼື ຕ້ອງເລື່ອນອອກໄປອີກ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ 

ຮູບພາບ: Tolga AKMEN / AFP

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...