spot_img
Homeຂ່າວຕ່າງປະເທດຄະດີເຊື່ອງໂມງໄວ້ໃນຊ່ອງຄອດ

ຄະດີເຊື່ອງໂມງໄວ້ໃນຊ່ອງຄອດ

Published on

ຫຼາຍຄັ້ງທີ່ກ້ອງວົງຈອນປິດສາມາດບັນທຶກເຫດການຂອງໂຈນທີ່ມາໃນຄາບຂອງແມ່ບ້ານ (ບາງຄົນ) ດ້ວຍຫຼາກຫຼາຍວິທີບໍ່ວ່າຈະເປັນເຊື່ອງໄວ້ໃນຫວ່າງຂາ ໃນຊຸດຊັ້ນໃນ ກະເປົ໋າຖື ລົດຂອງຫຼິ້ນເດັກນ້ອຍ ແລະ ອື່ນໆ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານເມື່ອວັນທີ 6 ມິຖຸນາຜ່ານມາວ່າ ນາຍຈ້າງເກີດຄວາມສົງໄສວ່າແມ່ບ້ານ (ລູກຈ້າງ) ຈະເປັນຄົນທີ່ລັກໂມງຂອງນາງໄປ ຫຼື ບໍ່? ແຕ່ວ່າຜູ້ຖືກກ່າວຫາກໍປະຕິເສດ ດັ່ງນັ້ນ ເລື່ອງຈຶ່ງຮອດມືຕຳຫຼວດເປັນຄົນກວດສອບ.

ລາຍງານຂ່າວລະບຸວ່າ ລະຫວ່າງສືບສວນ-ສອບສວນນັ້ນ ເຈົ້າໜ້າທີ່ຕຳຫຼວດສັງເຫດວ່າທ່ານັ່ງຂອງແມ່ບ້ານທີ່ຖືກກ່າວຫາມີທ່າທີແປກຈົນເກີດຄວາມສົງໄສວ່າ ນາງອາດເຊື່ອງໂມງໄວ້ໃນຊ່ອງຄອດຂອງນາງ? ແລະ ເພື່ອໃຫ້ແນ່ໃຈເຈົ້າໜ້າທີ່ຈຶ່ງນຳຕົວແມ່ບ້ານໄປເອັກສະເຣ ຊຶ່ງປາກົດວ່າໃນພາບເອັກສະເຣພົບວັດຖຸໂທຫະຄ້າຍຄືໂມງຢູ່ໃນຊ່ອງຄອດຂອງນາງແທ້.

ຫຼັງຈາກນັ້ນເຈົ້າໜ້າທີ່ຕຳຫຼວດກໍໄດ້ຄວບຄຸມແມ່ບ້ານໄປດຳເນີນຄະດີຕາມກົດໝາຍ ແລະ ນີ້ກໍບໍ່ແມ່ນຄັ້ງທຳອິດທີ່ເກີດຄະດີເຊື່ອງຂອງກາງໃນຊ່ອງຄອດ ຊຶ່ງເມື່ອປີ 2013 ກໍມີຄະດີສາວອາເມຣິກາໄວ 25 ປີລັກໂມງຍີ່ຫໍ້ຫຼູລາຄາແພງເຊື່ອໄວ້ໃນຊ່ອງຄອດ ແລະ ໃນປີ 2014 ມີອີກ 1 ຄະດີກໍຄືກໍລະນີສາວຊາວອາເມຣິກາໄວ 31 ປີ ຖືກຕຳຫຼວດກັກຕົວພ້ອມຂອງກາງປະເພດຢາເສບຕິດ ແລະ ທີ່ບໍ່ໜ້າເຊື່ອກໍຄື ນາງເຊື່ອງປືນຊະນິດເຄິ່ງອັດຕະໂນມັດ (.22) ພ້ອມລູກປືນໄວ້ໃນຊ່ອງຄອດຂອງນາງ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: https://news.ebc.net.tw

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...