spot_img
Homeຂ່າວຕ່າງປະເທດພົບເມັດຊາໄຂ່ມຸກຈຳນວນຫຼາຍໃນຮ່າງກາຍຂອງເດັກຍິງຊາວຈີນ

ພົບເມັດຊາໄຂ່ມຸກຈຳນວນຫຼາຍໃນຮ່າງກາຍຂອງເດັກຍິງຊາວຈີນ

Published on

ເດັກຍິງຊາວຈີນ ອາຍຸ 14 ປີ ຖືກນຳສົ່ງໂຮງໝໍເນື່ອງຈາກມີອາການທ້ອງຍື່ງ ເຈັບທ້ອງ ແລະ ມີບັນຫາເລື່ອງການຂັບຖ່າຍ ຂະນະທີ່ແພດໄດ້ເອັກສະເຣຮ່າງກາຍແລ້ວພົບວ່າມີເມັດຊາໄຂ່ມຸກຢູ່ໃນຮ່າງກາຍຂອງເດັກຍິງຈຳນວນຫຼາຍ.

ເດັກຍິງຄົນດັ່ງກ່າວອາໄສຢູ່ໃນມົນທົນເຈີຈຽງ ພາຍຫຼັງທີ່ຖືກນຳຕົວສົ່ງໂຮງໝໍກໍໄດ້ຮັບການກວດເຊັກຮ່າງກາຍຢ່າງລະອຽດເຖິງສາເຫດຂອງອາການ ທັງນີ້ ຈິ່ງພົບວ່າໃນກະເພາະອາ ຫານ ລຳໄສ້ ແລະ ທະວານໜັກຂອງເດັກຍິງເຕັມໄປດ້ວຍເມັດຊາໄຂ່ມຸກທີ່ຍັງບໍ່ຖືກຍ່ອຍຈຳນວນຫຼາຍ ຫຼັງຈາກນັ້ນໝໍກໍໄດ້ສັ່ງຢາລະບາຍເພື່ອຊ່ວຍໃຫ້ຄົນເຈັບຂັບຖ່າຍເມັດໄຂ່ມຸກອອກຈາກຮ່າງກາຍ.

ຂະນະທີ່ຊາວໂຊຊຽວກໍເກີດຄວາມສົງໄສກ່ຽວກັບພາບຖ່າຍເອັກສະເຣວ່າ ອາດບໍ່ແມ່ນພາບ ຈິງ ແລະ ອີກບາງສ່ວນກໍສົງໄສວ່າອາດເປັນສານພິດຊະນິດອື່ນທີ່ເປັນສາເຫດຂອງອາການເຈັບປວດທີ່ບໍ່ໄດ້ເກີດຈາກເມັດຊາໄຂ່ມຸກ ທັງນີ້ ທ່ານໝໍກໍໄດ້ເຕືອນວ່າ ໄຂ່ມຸກໃນຊານົມທີ່ ເຮັດຈາກແປ້ງມັນດ້າງບໍ່ແມ່ນອາຫານທີ່ສາມາດຍ່ອຍໄດ້ງ່າຍ ນອກນີ້ ຜູ້ປະກອບການບາງຄົນກໍໄດ້ຕື່ມສ່ວນປະກອບອື່ນໆເພື່ອເພີ່ມຄວາມໜຽວ ຊຶ່ງອາດສົ່ງຜົນອັນຕະລາຍຕໍ່ລະບົບຍ່ອຍອາຫານຖ້າຫາກບໍລິໂພກຫຼາຍເກີນໄປ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: komchadluek

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...