spot_img
Homeຂ່າວຕ່າງປະເທດປ່ຽນຂີ້ເຫຍື້ອພລາສຕິກເປັນນ້ຳມັນເຊື້ອເພີງ

ປ່ຽນຂີ້ເຫຍື້ອພລາສຕິກເປັນນ້ຳມັນເຊື້ອເພີງ

Published on

ດັ່ງທີ່ຮູ້ກັນດີວ່າ ຂີ້ເຫຍື້ອພລາສຕິກຖືເປັນບັນຫາທີ່ເກີດກັບທຸກປະເທດທົ່ວໂລກ ຊຶ່ງການກຳຈັດຂີ້ເຫຍື້ອປະເພດນີ້ຕ້ອງໃຊ້ເວລາດົນນານ ລວມເຖິງຕ້ອງນຳວິທີທີ່ເໝາະສົມ ແລະ ຖືກຕ້ອງເພື່ອບໍ່ໃຫ້ກະທົບເຖິງສິ່ງແວດລ້ອມ ທັງນີ້ ບັນດານັກວິທະຍາສາດພະຍາຍາມຄົ້ນຄິດຫາວິທີນຳຂີ້ເຫຍື້ອພລາສຕິກໝຸນວຽນກັບມາໃຊ້ປະໂຫຍດຄືນໄດ້.

ຊຶ່ງເມື່ອບໍ່ດົນມານີ້ ດຣ ຮັນວູ ເລີຍ ຈາກພາກວິຊາວິສະວະກຳລະບົບຊີວະວິທະຍາແຫ່ງມະຫາວິທະຍາໄລຊື່ດັງໃນລັດວໍຊິງຕັນ ອາເມຣິກາໄດ້ເປີດເຜີຍເຖິງການຄົ້ນພົບວິທີຊຶ່ງຖືເປັນວິທີທີ່ດີ ແລະ ເຂົ້າໃຈງ່າຍໃນການຣີໄຊເຄິລຂີ້ເຫຍື້ອພລາສຕິກ.

ວິທີດັ່ງກ່າວກໍຄືການປ່ຽນຂີ້ເຫຍື້ອພລາສຕິກໃຫ້ກາຍເປັນເຊື້ອເພີງທີ່ໃຊ້ກັບປະເພດເຮືອບິນ (Jet Fuel) ໂດຍທີມວິໄຈໄດ້ທົດສອບພລາສຕິກຊະນິດທີ່ມີຄວາມໜາແໜ້ນຕ່ຳກັບຜະລິດຕະພັນທີ່ເຮັດຈາກຂີ້ເຫຍື້ອພລາສຕິກຫຼາກຫຼາຍຊະນິດເຊັ່ນ ກະຕຸກນ້ຳ ຂວດໃສ່ເຂົ້າໜົມ ແລະ ຖົງຢາງພລາສຕິກ ໂດຍນຳທຸກຢ່າງມາບົດໃຫ້ລະອຽດຈົນເຫຼືອຂະໜາດພຽງ ແຕ່ 3 ມິລິແມັດ ຫຼື ເທົ່າກັບເມັດເຂົ້າ ແລ້ວນຳໄປຜ່ານຂະບວນການຕ່າງໆ ຫຼັງຈາກການທົດສອບໂຕເລັ່ງປະຕິກິລິຍາທີ່ແຕກຕ່າງກັນກໍປາກົດວ່າ ການຜະລິດເຊື້ອເພີງທີ່ນຳໃຊ້ກັບປະເພດເຮືອບິນໄດ້ເຖິງ 85% ຊຶ່ງຂະບວນການນີ້ສາມາດປັບຂະໜາດໄດ້ງ່າຍ ແລະ ສາມາດນຳໃຊ້ໃນໂຮງງານຂະໜາດໃຫຍ່ ແລະ ອື່ນໆ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ 

ຮູບພາບ: thairath

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...