spot_img
Homeຂ່າວຕ່າງປະເທດເກີດເຫດສະຫຼົດ ເສືອດາວທຳຮ້າຍເດັກ 2 ປີເສຍຊີວິດ

ເກີດເຫດສະຫຼົດ ເສືອດາວທຳຮ້າຍເດັກ 2 ປີເສຍຊີວິດ

Published on

ເກີດເຫດເສົ້າສະຫຼົດທີ່ສວນອຸທິຍານແຫ່ງຊາດຂອງອາຟຣິກາໃຕ້ ເມື່ອເສືອດາວຫຼຸດອອກຈາກກົງຂັງແລ້ວທຳຮ້າຍເດັກນ້ອຍໄວ 2 ປີຈົນເສຍຊີວິດ ຫຼັງຈາກນັ້ນມັນກໍຖືກເຈົ້າໜ້າທີ່ຍິງຕາຍ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ມິຖຸນາຜ່ານມາວ່າ ມີເສືອດາວໂຕໜຶ່ງຊຶ່ງຢູ່ໃນອຸທິຍານແຫ່ງຊາດ ຄຣູເກີຣ ໃນອາຟຣິກາໃຕ້ได้ປີນຂ້າມຮົ້ວອອກມາ ແລ້ວມັນໄດ້ທຳຮ້າຍເດັກຊາຍໄວພຽງ 2 ປີ ຊຶ່ງເປັນລູກຂອງພະນັກງານໃນອຸທິຍານດັ່ງກ່າວ ຈາກນັ້ນຄົນໃນຄອບຄົວກໍໄດ້ພາເດັກນ້ອຍໄປໂຮງໝໍ ແຕ່ເດັກກໍທົນພິດບາດແຜບໍ່ໄຫວ ແລະ ເສຍຊີວິດກ່ອນໄປເຖິງໂຮງໝໍ.

ຂະນະທີ່ເຈົ້າໜ້າທີ່ອຸທິຍານແຫ່ງດັ່ງກ່າວກໍໄດ້ອອກມາຖະແຫຼງວ່າ ເຫດການໃນກໍລະນີນີ້ຖືວ່າບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ເຈົ້າໜ້າທີ່ຈຳເປັນຕ້ອງຍິງເສືອດາວໂຕນັ້ນເພື່ອປ້ອງກັນຄວາມປອດໄພ ສ່ວນໂຄສົກຂອງອຸທິຍານຄຣູເກີຣກໍໄດ້ກ່າວວ່າ ຍັງບໍ່ແນ່ນອນວ່າເກີດຫຍັງຂຶ້ນກ່ອນໜ້າທີ່ເດັກຈະຖືກເສືອດາວທຳຮ້າຍ ເພາະວ່າສັດມັກຈະຢ້ານຄົນ ແລະ ບໍ່ກ້າເຂົ້າໃກ້.

ຢ່າງໃດກໍຕາມ ເຈົ້າໜ້າທີ່ກ່ຽວຂ້ອງໃນອຸທິຍານຄຣູເກີຣກໍໄດ້ອອກຖະແຫຼງການເຕືອນບັນດານັກທ່ອງທ່ຽວໃຫ້ເພີ່ມຄວາມລະມັດລະວັງ ແລະ ຫ້າມເຂົ້າໃກ້ກົງສັດເກີນກວ່າເຂດທີ່ກຳນົດໄວ້ ແລະ ຢ່າລືມວ່າ “ສັດກໍຄືສັດພວກເຮົາບໍ່ສາມາດຮູ້ໄດ້ເຖິງຄວາມຮູ້ສຶກ ແລະ ຄວາມຄິດຂອງພວກມັນໄດ້” ເຈົ້າໜ້າທີ່ປະຈຳອຸທິຍານກ່າວ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...